ຊຸກຍູ້ການພົນພັນສາມັກຄີ,ມິດຕະພາບແລະການຮ່ວມມືຮອບດ້ານລະຫວ່າງທ້ອງຖິ່ນຕ່າງໆຢູ່ເຂດຊາຍແດນຫວຽດນາມ-ກຳປູເຈຍ
ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງ
ເຂດຊາຍແດນຫວຽດນາມ - ກຳປູເຈຍ ຄັ້ງທີ 8
(ພາບ: cand)
(vovworld) – ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນຫວຽດນາມ - ກຳປູເຈຍ ຄັ້ງທີ 8 ຖືກດຳເນີນໃນວັນທີ 28/10, ຢູ່ນະຄອນໂຮ່ຈິມິນ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ Samdech Krolahom Sar Kheng ເປັນປະທານຮ່ວມ.
ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ເລຮ່ວາຍຈຸງ, ຫົວໜ້າຄະນະຜູ້ແທນ SOM ຫວຽດນາມ, ໃຫ້ຮູ້ວ່າ, ນີ້ແມ່ນກົນໄກຮ່ວມມືສຳຄັນ, ກ່ຽວຂ້ອງໂດຍກົງເຖິງບັນດາແຂວງເຂດຊາຍແດນຫວຽດນາມ - ກຳປູເຈຍ. 2 ຝ່າຍເຫັນດີນຳກັນກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ໃນນັ້ນມີເລື່ອງສືບຕໍ່ປັບປຸງນະໂຍບາຍ, ຂອບເຂດນິຕິກຳຢູ່ຂັ້ນສູນກາງໃນບັນດາຂົງເຂດການຄ້າ, ການເງິນ, ຄົມມະນາຄົມຂົນສົ່ງ… ຄຽງຂ້າງນັ້ນ, 2 ຝ່າຍຕົກລົງກໍ່ສ້າງ, ຄຸ້ມຄອງວຽກງານປັກຫຼັກໝາຍຊາຍແດນໃຫ້ເປັນຢ່າງດີ, ພ້ອມທັງຊຸກຍູ້ວຽກງານຂີດເສັ້ນຊາຍແດນ ແລະ ປັກຫັຼກໝາຍຊາຍແດນໃຫ້ຖືກຕາມແຜນການທີ່ໄດ້ວາງອອກ.
ສ່ວນທ່ານລັດຖະມົນຕີກະຊວງພາຍໃນກຳປູເຈຍ Prum Sokha, ຫົວໜ້າຄະນະຜູ້ແທນ SOM ກຳປູເຈຍ ໃຫ້ຮູ້ວ່າ, ຈຸດພົ້ນເດັ່ນທີ່ສຸດໃນກອງປະຊຸມຄັ້ງນີ້ ເມື່ອທຽບໃສ່ຄັ້ງກ່ອນແມ່ນ 2 ຝ່າຍໄດ້ສ້າງເງື່ອນໄຂສະດວກເພື່ອຍົກສູງການຮ່ວມມືດ້ານເສດຖະກິດລະຫວ່າງປະຊາຊົນ 2 ປະເທດກວ່າອີກ.