ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

   ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຝ້າມ​ບິ​ນ​ມິນ ແລະ ທ່ານ​ກຳ​ມະ​ການ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ ຢາງ​ເຈ້ຍ​ຊື້

(vovworld)- ຕອນ​ເຊົ້າ​ວັນ​ທີ 17/4,  ຢູ່​ນະ​ຄອນຫຼວງ​ປັກ​ກິງແຫ່ງ​ປະ​ເທດ​ຈີນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຝ້າມ​ບິ​ນ​ມິນ ແລະ ທ່ານ​ກຳ​ມະ​ການ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ ຢາງ​ເຈ້ຍ​ຊື້ ໄດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ-ຈີນ. 2 ຝ່າຍ​ໄດ້​ແລກ​ປ່ຽນ ແລະ ກຳ​ນົດ​ວຽກ​ງານ​ຈຸດ​ສຸມ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ຈີນ​ໃຫ້​ພັດ​ທະ​ນາ​ດີ ແລະ ຍືນ​ຍົງ.

    ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, 2 ຝ່າຍ​ເຫັນ​ດີສົມ​ທົບ​ກັນ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແນ​ໃສ່​ດຸ່ນ​ດ່ຽງ​ການ​ຄ້າ, ເປີດ​ກ້​ວາງ​ການ​ລົງ​ທຶນ, ຊຸກ​ຍູ້​ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ. 2 ຝ່າຍ​ຍັງ​ແລກ​ປ່ຽນ​ບັນ​ຫ​າ​ໃນ​ທະ​ເລ, ເປັນ​ເອ​ກະ​ສັນ​ກັນ​ປະ​ຕິ​ບັດ​ຕາມ​ການ​ຮັບ​ຮູ້​ລວມ​ທີ່​ສຳ​ຄັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ ແລະ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ຫາ​ໃນ​ທະ​ເລ​ລະ​ຫວ່າງ​ຫວຽດ​ນາມ-ຈີນ. ປະ​ຕິ​ບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (DOC)ຢ່າງ​ຮອບ​ດ້ານ, ກ້າວ​ໄປ​ສູ່​ການ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ, ບໍ່​ຄວນ​ມີ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ.

    ສິ້​ນ​ສຸດກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຝ້າມ​ບິ​ນ​ມິນ ແລະ ທ່ານ​ກຳ​ມະ​ການ​ໃນ​ຄະ​ນະ​ລັດ​ຖະ​ບານ​ຈີນ ຢາງ​ເຈ້ຍ​ຊື້ ໄດ້​ເປັນສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ “ ບົດ​ບັນ​ທຶກກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດ​ນາມ-ຈີນ”

ຕອບກັບ

ຂ່າວ/ບົດ​ອື່ນ