ຊຸກຍູ້ການພົວພັນຄູ່ ຮ່ວມມືຍຸດທະສາດ ຫວຽດນາມ-ອິນເດຍ ຢ່າງແຮງ
(ພາບ: http://m.vietnamnet.vn)
(vovworld)- ຕອນເຊົ້າວັນທີ 9/6, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານນາງ Preeti Saran ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ, ທ່ານເວືອງດິງເຫ້ວ ຫົວໜ້າຄະນະເສດຖະກິດສູນກາງສະແດງຄວາມປິຕິຊົມຊື່ນໂດຍເຫັນວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນເດຍ ພວມໄດ້ຮັບການພັດທະນາຢ່າງແຮງ, ໂດຍສະເພາະແມ່ນພາຍຫລັງການຢ້ຽມຢາມອິນເດຍ ທາງລັດຖະກິດຂອງທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາ ຫງວຽນຟູຈ້ອງ ເມື່ອເດືອນ 11/2013 ທີ່ຜ່ານມາ. ທ່ານເວືອງດິງເຫ້ວ ສະເໜີວ່າ, ໃນຖານະຂອງຕົນ, ທ່ານນາງເອກອັກຄະລັດຖະທູດອິນເດຍ ຈະສືບຕໍ່ຊຸກຍູ້, ສະເໜີຜັນຂະຫຍາຍບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນເດຍ ຢ່າງແຮງກ່ວາອີກ ບົນ 5 ເສົາຄ້ຳຕົ້ນຕໍ່ຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳການສຶກສາ.
ສ່ວນທ່ານນາງເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Preeti Saran ເນັ້ນນັກວ່າ: ອິນເດຍ ຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດພັດທະນາຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ, ເພື່ອຜົນປະໂຫຍດຂອງທັງສອງປະເທດ. ອິນເດຍ ປາດຖະໜາວ່າ, ຫວຽດນາມ ຈະເປີດສາຍການບິນໂດຍກົງຈາກຫວຽດນາມ ໄປອິນເດຍ, ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ./.