ຊຸກຍູ້ການພົວພັນລະຫວ່່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕີນ
(VOVWORLD) -ວັນທີ 17 ພະຈິກ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ອາກຊັງຕີນ, ທ່ານ ເຢືອງກວ໊ກແທັງ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Alejandro Pont Lezica ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕີນ (RNA), ເນື່ອງໃນໂອກາດຫາກໍ່ມາຮັບໜ້າທີ່ຢູ່ບໍລິເວນ.
ທ່ານ ເຢືອງກວ໊ກແທັງ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Alejandro Pont Lezica ຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ອາກຊັງຕີນ (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານ ເຢືອງກວ໊ກແທັງ ຕີລາຄາສູງຕໍ່ວິວັດການຮ່ວມມືລະຫວ່າງ RNA ແລະ ວິທະຍູກະຈາຍສຽງ ຫວຽດນາມ (VOV) ໃນໄລຍະຜ່ານມາຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການໂຄສະນາ, ແນະນຳສະຖານີວິທະຍຸກ່ຽວກັບປະເທດຊາດ, ປະຊາຊົນຂອງແຕ່ລະປະເທດຜ່ານບັນດາລາຍການກະຈາຍສຽງຂອງສອງສະຖານີ, ໄດ້ຮັບການຕ້ອນຮັບ ແລະ ກະທົບຕອບຢ່າງສຸດໃຈຈາກທ່ານຜູ້ຟັງສອງປະເທດ. ໃນໄລຍະຈະມາເຖິງທ່ານ ເຢືອງກວ໊ກແທັງ ແລະ ຜູ້ອຳນວຍການ RNA ເຫັນດີສືບຕໍ່ຜັນຂະຫາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳຮ່ວມມືຢ່າງມີປະສິທິຜົນດ້ວຍບັນດາເນື້ອໃນລະອຽດ, ພິເສດແມ່ນສືບຕໍ່ສົມທົບກັນຜະລິດລາຍການ, ແລກປ່ຽນລາຍການກະຈາຍສຽງ “ອາກຊັງຕີນ ສະບາຍດີ ຫວຽດນາມ” ແລະ “ຫວຽດນາມ ສະບາຍດີ ອາກຊັງຕີນ”.
ສອງຝ່າຍກໍ່ເຫັນດີເພີ່ມເຕີມບັນດາເນື້ອໃນກ່ຽວກັບເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ; ເພີ່ມທະວີການໂຄສະນາ, ແນະນຳກ່ຽວກັບປະເທດຊາດ, ປະຊາຊົນສອງປະເທດຢູ່ເວັບໄຊຂອງສອງສະຖານີວິທະຍຸ; ຜັນຂະຫຍາຍປະຕິບັດແຜນການແລກປ່ຽນບົດຮຽນ, ນັກຊຽວຊານລະຫວ່າງສອງສະຖານີວິທະຍຸ, ສົມທົບກັນຜະລິດບັນດາລາຍການລວມແນະນຳກ່ຽວກັບປະເທດຊາດ,ປະຊາຊົນສອງປະເທດເພື່ອອອກອາກາດຢູ່ແຕ່ລະສະຖານີວິທະຍຸ.