(vovworld) - ຕອນເຊົ້າວັນທີ 25/04, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ນິວຊີແລນ Murray McCully, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີນດ້າຍກວາງ ປາດຖະໜາວ່າ ນິວຊີແລນ ສືບຕໍ່ຮັກສາບັນດາແຫຼ່ງທຶນໜູນຊ່ວຍພັດທະນາທາງການ (ODA) ແລະ ຖືວ່າ, ນອກຈາກແຫຼ່ງທຶນ ODA ແລ້ວ ນິວຊີແລນ ສາມາດເຂົ້າຮ່ວມວິວັດການພັດທະນາເສດຖະກິດຢູ່ຫວຽດນາມ ຜ່ານການເພີ່ມທະວີດ້ານການຄ້າ ແລະ ການລົງທຶນ. ທ່ານປະທານປະເທດ ປາດຖະໜາວ່າ, ວົງເງິນການຄ້າ 2 ປະເທດເຕີບໂຕກວ່າອີກ, ບໍ່ພຽງແຕ່ສູ້ຊົນບັນລຸວົງເງິນການຄ້າ 2 ສົ້ນໃຫ້ໄດ້ 1,7 ຕື້ USD ໃນປີ 2020, ຫາກສາມາດສູງກວ່າ. ໃນການຮ່ວມມືດ້ານການລົງທຶນ, ທ່ານປະທານປະເທດ ສະເໜີໃຫ້ນິວຊີແລນ ລົງທຶນເຂົ້າບັນດາໂຄງການ, ຂົງເຂດຄື: ພື້ນຖານໂຄງລ່າງ, ການສຶກສາບຳລຸງສ້າງ, ກະສິກຳ… ໃຫ້ຫຼາຍກວ່າ.
ສ່ວນທ່ານລັດຖະມົນຕີ Murray McCully ໃຫ້ຮູ້ວ່າ, ນິວຊີແລນ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ສາມາດສົ່ງໝາກໄມ້ເຂົ້າຕະຫຼາດປະເທດນີ້ໂດຍໄວ, ພ້ອມທັງໜູນຊ່ວຍດ້ານເຕັກນິກໃຫ້ຫວຽດນາມ ໃນຂົງເຂດກະສິກຳ. ກ່ຽວກັບການສຶກສາ, ແນວຊີແລນ ຈະສືບຕໍ່ສະໜອງທຶນການສຶກສາໃຫ້ບັນດານັກສຶກສາຫວຽດນາມ, ນອກນັ້ນນິວຊີແລນກໍປາດຖະໜາຢາກໜູນຊ່ວຍຫວຽດນາມ ໃນການເກັບກູ້ລະເບີດບໍ່ທັນແຕກ. ທ່ານລັດຖະມົນຕີ Murray McCully ຢືນຢັນວ່າ, ນິວຊີແລນ ປາດຖະໜາຢາກນຳການພົວພັນຂອງ 2 ປະເທດຈາກຄູ່ຮ່ວມມືຮອບດ້ານ ໃຫ້ຂຶ້ນສູ່ຄູ່ຮ່ວມມືຍຸດທະສາດ.