ພົນເອກ ເຈີນດ້າຍກວາງ ຕ້ອນຮັບຄະນະຜູ້ແທນຂັ້ນສູງ
ກະຊວງພາຍໃນສິງກະໂປ
ພາບ:anninhthudo
|
(vovworld)- ວັນທີ 9/11, ຢູ່ ຮ່າໂນ້ຍ, ພົນເອກ ເຈີນດ້າຍກວາງ, ລັດຖະມົນຕີວ່າການກະຊວງຕຳຫລວດຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນສິງກະໂປ ໂດຍທ່ານ Leo Yip, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳກະຊວງພາຍໃນ ສິງກະໂປ ນຳຫນ້າ ໄດ້ມາຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສອງຝ່າຍຂັ້ນລັດຖະມົນຕີຊ່ວຍວ່າການຜູ້ປະຈຳການຄັ້ງທີ 8 ລະຫວ່າງ ກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງພາຍໃນ ສິງກະໂປ. ທ່ານລັດຖະມົນຕີ ເຈີນດ້າຍກວາງ ຂອບອົກຂອບໃຈ ກະຊວງພາຍໃນ ສິງກະໂປ ໃນໄລຍະຜ່ານມາໄດ້ຮ່ວມມືກັບກະຊວງຕຳຫລວດ ຫວຽດນາມ ໃນຫລາຍດ້ານຢ່າງມີປະສິດທິຜົນ, ພິເສດ ແມ່ນການບຳລຸງສ້າງຍົກສູງກຳລັງຄວາມສາມາດຂອງພະນັກງານ. ທ່ານລັດຖະມົນຕີ ເຈີນດ້າຍກວາງ ເນັ້ນຫນັກວ່າ ໄລຍະຈະມາເຖິງ ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບປອດໄພໃຫ້ພົນລະເມືອງສອງປະເທດພວມດຳລົງຊີວິດ,ຮ່ຳຮຽນ ແລະ ເຮັດວຽກຢູ່ແຕ່ລະປະເທດ.