ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະຈີນໃນປີ2014

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມແລະຈີນໃນປີ2014 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ
(ພາບປະກອບ)

(vovworld) - ວັນ​ທີ 30/12, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫວ່າງ​ອີ ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ອວຍພອນ​ປີ​​ໃໝ່ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນລະຫວ່າງ 2 ປະ​ເທດ. 2 ຝ່າຍ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ຄືບ​ໜ້າ​ດີໃນ​ການ​ພົວພັນ 2 ປະ​ເທດ ​ໃນ​ປີຜ່ານມາ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ສົມທົບ​ກັນ​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ, 2 ປະ​ເທດ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່​ໃນ​ປີ 2014.

    ​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ສາ​ກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນດາ​ການ​ຜັນ​ແປ​​ໃນມໍ່ໆ​ມາ​ນີ້​ຢູ່ ອາຊີ​ຕາ​ເວັນ​ອອກສ່ຽງ​ເໜືອ.


ຂ່າວ/ບົດ​ອື່ນ