ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສະຖານລະພາບ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ ແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ
ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສະຖານລະພາບ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶດເຟືອກ ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ທິງເຊແຊງ)

        ໃນຂອບເຂດເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 21 ຢູ່ນະຄອນ ໜານໜິງ, ປະເທດຈີນ ໃນຕອນບ່າຍວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶດເຟືອກ ໄດ້ດຳເນີນການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຈີນ ທິງເຊແຊງ.

        ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟືອກ ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ ແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ; ທ່ານປາດຖະໜາຢາກພ້ອມກັບ ຈີນ ມານະພະຍາຍາມນຳການພົວພັນຂອງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງໃຫ້ມີສະຖຽນລະພາບ, ປອດໃສ, ຍືນຍົງ.

        ກ່ຽວກັບບັນດາມາດຕະການຊຸກຍູ້, ເຮັດໃຫ້ການພົວພັນ 2 ຝ່າຍ ຫວຽດນາມ - ຈີນ ໃຫ້ເລິກເຊິ່ງກວ່າ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ຕັ້ງໜ້າປະຕິບັດ ແລະ ຫັນເປັນລະອຽດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງ, ເພີມທະວີການຮ່ວມມືຢ່າງແທດຈິງໃນຫຼາຍຂົງເຂດ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ສືບຕໍ່ພັດທະນາໃຫ້ມີສະຖຽນລະພາບ ແລະ ບັນລຸຜົນງານຫຼາຍກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ