ຊຸກ​ຍູ້​ການ​ສ້າງ​ພື້ນ​ຖານ​ການ​ຕ່າງ​ປະ​ເທ​ດ​ເປັນ​ມື​ອາ​ຊີບ, ຮອບ​ດ້ານ, ທັນ​ສະ​ໄໝ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ: ໄລຍະຜ່ານມາ, ວຽກງານການຕ່າງປະເທດບັນລຸໄດ້ຫຼາຍໝາກຜົນ, ຜົນສຳເລັດສຳຄັນ, ກາຍເປັນຈຸດພົ້ນເດັ່ນໃນທຸກໝາກຜົນ, ຜົນງານລວມຂອງທົ່ວປະເທດ.
ຊຸກ​ຍູ້​ການ​ສ້າງ​ພື້ນ​ຖານ​ການ​ຕ່າງ​ປະ​ເທ​ດ​ເປັນ​ມື​ອາ​ຊີບ, ຮອບ​ດ້ານ, ທັນ​ສະ​ໄໝ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ໃນຂອບເຂດກອງປະຊຸມການຕ່າງປະເທດ ຄັ້ງທີ 32 ຕອນບ່າຍວັນທີ 21 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະ ແລະ ເຮັດວຽກກັບຫົວໜ້າຄະນະອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ, ໂດຍທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ນຳໜ້າ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ: ໄລຍະຜ່ານມາ, ວຽກງານການຕ່າງປະເທດບັນລຸໄດ້ຫຼາຍໝາກຜົນ, ຜົນສຳເລັດສຳຄັນ, ກາຍເປັນຈຸດພົ້ນເດັ່ນໃນທຸກໝາກຜົນ, ຜົນງານລວມຂອງທົ່ວປະເທດ. ໃນນັ້ນ ການເຄື່ອນໄຫວການຕ່າງປະເທດຂອງ ສະພາແຫ່ງຊາດ ບໍ່ພຽງແຕ່ໄດ້ດຳເນີນຢ່າງຟົດຟື້ນເທົ່ານັ້ນ ຫາກຍັງໄດ້ຍົກລະດັບດ້ານກ່ຽວກັບຄຸນນະພາບອີກດ້ວຍ, ທັງມີລັກສະນະການຕ່າງປະເທດແຫ່ງລັດ, ທັງມີລັກສະນະປະຊາຊົນ. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຈິນຕະນາການໃໝ່ນັ້ນແມ່ນວິທີການສຳຜັດທົ່ວໂລກ, ຫຼາຍຝ່າຍ ແລະ ລະຫວ່າງຂະແໜງ, ບົນພື້ນຖານຮັກສາເອກະລາດ, ຄວາມເປັນເຈົ້າຕົນເອງ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ຕ້ອງສືບຕໍ່ເສີມຂະຫຍາຍນະໂຍບາຍການພົວພັນຕາ່ງປະເທດທີ່ເຂັ້ມຂຸ້ນໄປດ້ວຍສີສັນ “ຕົ້ນໄຜ່ ຫວຽດນາມ”, “ມີຮາກຖານທີ່ໝັ້ນແກ່ນມີລຳທີ່ແຂງແຮງ, ມີງ່າທີ່ຢຶດຢຸ່ນ”, ຄືການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ. ນັ້ນແມ່ນ: “ຢຶດໝັ້ນຕໍ່ຫຼັກໝັ້ນ, ຫຼັກການ, ເປົ້າໝາຍຍຸດທະສາດ, ແຕ່ມີ ໄຫວພິບ, ປະດິດຄິດສ້າງ ແລະ ອ່ອນຊ້ອຍໃນຍຸດທະສາດ, ວິທີການຜັນຂະຫຍາຍ”

ຕອບກັບ

ຂ່າວ/ບົດ​ອື່ນ