ການພົບປະລະຫວ່າງວິສາຫະກິດ ຫວຽດນາມ - ກູບາ
(ພາບ: ຫງວຽນຮັ່ງ)
(vovworld) - ວັນທີ 29/06 ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະຖານທູດ ກູບາ ປະຈຳ ຮ່າໂນ້ຍ ຈັດຕັ້ງການພົບປະລະຫວ່າງວິສາຫະກິດ ຫວຽດນາມ - ກູບາ. ເຫດການນີ້ແນໃສ່ສ້າງກາລະໂອກາດ ເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ໄດ້ອັບເດັດຂໍ້ມູນຂ່າວກ່ຽວກັບເສດຖະກິດ, ສະພາບສັງລວມດ້ານການຄ້າຕ່າງປະເທດຂອງ ກູບາ ໃນໄລຍະປ່ຽນໃໝ່, ພ້ອມທັງ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ພົບປະໂດຍກົງ ແລະ ແລກປ່ຽນຂໍ້ມູນຂ່າວກັບກຸ່ມບໍລິສັດ Gecomex, ກຸ່ມບໍລິສັດສົ່ງອອກ - ນຳເຂົ້າແຖວໜ້າຂອງ ກູບາ, ເພື່ອເຊື່ອມຕໍ່ດຳເນີນທຸລະກິດ ແລະ ເປີດກ້ວາງຕະຫລາດ. ກ່າວຄຳເຫັນທີ່ການພົບປະ, ທ່ານ Herminio Lospez Diaz ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ຖືວ່າ:
“ພວກຂ້າພະເຈົ້າປາດຖະໜາຢາກໃຫ້ 2 ປະເທດ ບໍ່ພຽງແຕ່ຮ່ວມມືກ່ຽວກັບດ້ານການຄ້າເທົ່ານັ້ນ ຫາກຍັງຢາກໃຫ້ມີການປະກົດຕົວ ຂອງວິສາຫະກິດ ຫວຽດນາມ ໄປຍັງລົງທຶນຢູ່ ກູບາ ນັບມື້ນັບຫລາຍກ່ວາ ອີກດ້ວຍ. ພ້ອມກັນນັ້ນກູບາ ກໍ່ປາດຖະໜາຢາກ ເພີ່ມທະວີການສົ່ງອອກສິນຄ້າ, ການບໍລິການຂອງຕົນໄປຍັງ ຫວຽດນາມ. ໃນວິວັດທະນາການພັດທະນາຂອງ ກູບາ ໃນສະໄໝໃໝ່ກັບສະພາບການໃໝ່, ກູບາ ປາດຖະໜາຢາກຮ່ວມເດີນທາງກັບບັນດາວິສາຫະກິດ ຫວຽດນາມ ໃນໄລຍະຈະມາເຖິງ”.
ປີ 2015 ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ກູບາ ບັນລຸໄດ້ 235 ລ້ານ USD; ໃນນັ້ນ ບັນດາປະເພດສິນຄ້າຕົ້ນຕໍເຊິ່ງ ຫວຽດນາມ ສົ່ງອອກໄປຍັງ ກູບາ ແມ່ນສະບຽງອາຫານ, ເກີບໜັງທຸກຢ່າງ, ວັດສະດຸກໍ່ສ້າງ, ຖ່ານຫີນ…ແລະ ນຳເຂົ້າຈາກ ກູບາ ແມ່ນ ຢາປົວພະຍາດ ບາງຊະນິດ ແລະ ອາຫານເສີມ.