ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ໄທ
(VOVWORLD) -ຢູ່ນອກກອງປະຊຸມວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ (ວົງແຄບ ADMM) ຢູ່ຮ່າໂນ້ຍ, ຕອນບ່າຍວັນທີ 19 ກຸມພາ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ໄຈຈານ ຊ້າງມົງຄົນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ. ..
ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ໄຈຈານ ຊ້າງມົງຄົນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄທ (ພາບ: TTXVN)
|
ໂດຍສະແດງຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ, ທ່ານ ພົນເອກ ໂງຊວັນລິກ ແລະ ທ່ານພົນເອກ ໄຈຈານ ຊ້າງມົງຄົນ ໄດ້ເຫັນດີເປັນເອກະພາບວ່າ, ໃນໄລຍະຈະມາເຖິງສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຄື: ແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນນາຍທະຫານໜຸ່ມ, ໂອ້ລົມສົນທະນາດ້ານປ້ອງກັນຊາດ, ການຮ່ວມມືຄວາມໝັ້ນຄົງຢູ່ທະເລ...ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.
ທີ່ການຕ້ອນຮັບ, ທ່ານ ພົນເອກໂງຊວັນລິກ ໄດ້ສົ່ງຄຳເຊື້ອເຊີນບັນດາວິສາຫະກິດດ້ານການທະຫານຂອງ ໄທ ມາເຂົ້າຮ່ວມງານວາງສະແດງສາກົນ ກ່ຽວກັບອຸປະກອນແລະ ອຸດສາຫະກຳດ້ານປ້ອງກັນຊາດທີ່ຈະຈັດຕັ້ງຢູ່ ຫວຽດນາມໃນໄລຍະຈະມາເຖິງ.