ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ

(VOVWORLD) - ທີ່ການເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ ໄລຍະຜ່ານມາ, ການພົວພັນຮ່ວມມືປ້ອງກັນຊາດ ຫວຽດນາມ - ອິນເດຍ ໄດ້ຜັນຂະຫຍາຍເໝາະສົມກັບຂອບເຂດ, ບັນດາເອກະສານ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ບັນລຸໄດ້ບັນດາໝາກຜົນທີ່ແທດຈິງ.
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ແລະ ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ
(ພາບ: ນັກຂ່າວ vov ປະຈຳ ອິນເດຍ)

ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພວມຢ້ຽມຢາມ ອິນເດຍ ແຕ່ວັນທີ 17 – 20 ມິຖຸນາ, ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh. ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ນະຄອນຫຼວງ ນິວເດລີ, ປະເທດ ອິນເດຍ, ທ່ານລັດຖະມົນຕີ Rajnath Singh ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີ ຟານວັນຢາງ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍກໍ່ໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ ໄລຍະຜ່ານມາ, ການພົວພັນຮ່ວມມືປ້ອງກັນຊາດ ຫວຽດນາມ - ອິນເດຍ ໄດ້ຜັນຂະຫຍາຍເໝາະສົມກັບຂອບເຂດ, ບັນດາເອກະສານ, ຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ, ບັນລຸໄດ້ບັນດາໝາກຜົນທີ່ແທດຈິງ. ໄລຍະຈະມາເຖິງ, ບົນພື້ນຖານຖະແຫຼງການກ່ຽວກັບວິໄສທັດລວມໃນການພົວພັນຄູ່ຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອິນເດຍ ຮອດປີ 2030, ສອງຝ່າຍເຫັນດີເປັນເອກະພາບສຸມໃສ່ຊຸກຍູ້ການພົວພັນຮ່ວມມືໃນຂົງເຂດຕ່າງໆ.

        ກ່ຽວກັບການຮ່ວມມືຫຼາຍຝ່າຍ, ສອງຝ່າຍໄດ້ຕີລາຄາວ່າ ອິນເດຍ ແລະ ຫວຽດ ນາມ ມີທັດສະນະພື້ນຖານທີ່ຄ້າຍຄືກັນ ໃນຫຼາຍບັນຫາພາກພື້ນ ແລະ ສາກົນ, ສົມທົບກັນແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ສປຊ ແລະ ບັນດາກົນໄກຂອງອາຊຽນ ເຊິ່ງ ອິນເດຍ ເຂົ້າຮ່ວມດ້ວຍຖານະເປັນຄູ່ຮ່ວມມື. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍແບ່ງປັນທັດສະນະກ່ຽວກັບການແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ເຄົາລົບບັນດາວິວັດການດ້ານການທູດ ແລະ ນິຕິກຳ ທີ່ສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສັນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ