ຊຸກຍູ້ການຮ່ວມມືພັດທະນາເຕັກໂນໂລຊີໃໝ່ລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ

(VOVWORLD) -ໃນຈຸດເວລານີ້, ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ລວມມີ: ອຸດສາຫະກຳ, ພະລັງງານ, ກໍ່ສ້າງ… ໃນນັ້ນເອົາໃຈໃສ່ພິເສດຕໍ່ເຕັກໂນໂລຊີປະດິດຄິດສ້າງໃໝ່
ຊຸກຍູ້ການຮ່ວມມືພັດທະນາເຕັກໂນໂລຊີໃໝ່ລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: TTXVN)

ວັນທີ 12 ພະຈິກ, ຄະນະກຳມະການ ອາຊຽນ ປະຈຳສ.ເຊັກໂກ (ACP) ແລະ ຫ້ອງການການຄ້າເຂດ Usti nad Labem, ສ.ເຊັກໂກ ໄດ້ຈັດການໂອ້ລົມສົນທະນາຊອກຫາກາລະໂອກາດຮ່ວມມືລະຫວ່າງເຂດ Usti nad Labem ເວົ້າສະເພາະ ແລະ ສ.ເຊັກໂກ ເວົ້າລວມ ກັບປະຊາຄົມບັນດາປະເທດ ອາຊຽນ ໃນນັ້ນມີ ຫວຽດນາມ. ຢູ່ທີ່ນີ້, ທ່ານ Vladimir Zemanek ຜູ້ຕາງໜ້າຫ້ອງການເສດຖະກິດຂອງເຂດ Usti nad Labem, ໄດ້ຕີລາຄາສູງກາລະໂອກາດຮ່ວມມືກັບ ອາຊຽນ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ.

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມການໂອ້ລົມສົນທະນາໃນມື້ນີ້ ແລະ ໄດ້ແລກປ່ຽນກ່ຽວກັບຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງເຂດ Usti nad Labem ແລະ  ຫວຽດນາມ. ໃນຈຸດເວລານີ້, ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ລວມມີ: ອຸດສາຫະກຳ, ພະລັງງານ, ກໍ່ສ້າງ… ໃນນັ້ນເອົາໃຈໃສ່ພິເສດຕໍ່ເຕັກໂນໂລຊີປະດິດຄິດສ້າງໃໝ່ ແລະ ເປັນມິດກັບສິ່ງແວດລ້ອມ. ສິ່ງດັ່ງກ່າວໄດ້ເປີດກາລະໂອກາດພັດທະນາບັນດາຕະຫຼາດໃໝ່ຄືເຊື້ອເພີງ ຫຼື ເຕັກໂນໂລຊີ hydro.”

ຕອບກັບ

ຂ່າວ/ບົດ​ອື່ນ