ຊຸກຍູ້ການຮ່ວມມືລົງທຶນລະຫວ່າງນະຄອນ ໂຮ່ຈີມິນ ແລະ ອີຢູ

ຊຸກຍູ້ການຮ່ວມມືລົງທຶນລະຫວ່າງນະຄອນ ໂຮ່ຈີມິນ ແລະ ອີຢູ - ảnh 1
​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Bruno Angelet ມ​ອບ​ປື້ມ​ປົກ​ຂາວ​ໃຫ້ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ
(ພາບ:Thanh Vũ/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 15/3, ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Bruno Angelet, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ປະ​ຈຳ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ແທ່ງ​ຟອງ ແລະ ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ Bruno Angelet ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ຄວາມ​ຄື​ບ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ Metro ເລກ 2, ໂຄງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຕົວ​ເມືອງ​ແບບ​ຍືນ​ຍົງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໂດຍ ອີ​ຢູ ອຸ​ປະ​ຖຳ​ຜ່າ​ນ​ອົງ​ການ​ພັດ​ທະ​ນາ ຝ​ຣັ່ງ (AFD) ແລະ ທະ​ນາ​ຄານ​ສ​້າງ​ຕັ້ງ ເຢຍ​ລະ​ມັນ​ຄືນ​ໃໝ່ (KfW). 2 ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ຈະ​ຊຸກ​ຍູ້​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຍູ້​ໄວ​ຄວາມ​ຄື​ບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ວັດ​ການ ອີ​ຢູ ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ກັບ​ນະ​ຄອນ ໂຮ່​ຈ​ີ​ມິນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Bruno Angelet ໃຫ້​ຮູ້​ວ່າ: ອີ​ຢູ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ແລະ ປະ​ຈຸ​ບັນ ແມ່ນໜຶ່ງ​ໃນ​ຈຳ​ນວນ 3 ຄູ່​ຮ່ວມ​ມື​ການ​ຄ້າ​ແຖວ​ໜ້າ​ຂອງ ຫວຽດ​ນາມ, ຍືນ​ອັນ​ດັບ​ທີ 5 ກ່ຽວ​ກັບ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ. ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີ​ຢູ ປາດ​ຖະ​ໜາ​ຢາກ​ກາຍ​ເປັນ​ນັກ​ລົງ​ທຶນ​​ເຂົ້າ ຫວຽດ​ນາມ ໃຫຍ່ກ່​ວາ​ໝູ່, ພິ​ເສດ​ແມ່ນ​ຢູ່ນະ​ຄອນ ໂຮ່​ຈ​ີມ​ິນ ແລະ ບັນ​ດາ​ແຂວງ​ໃກ້​ຄຽງ.


ຂ່າວ/ບົດ​ອື່ນ