ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ບຣຸໄນ

ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ບຣຸໄນ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ຕ້ອນຮັບຍລັດຖະມົນຕີ​ກະຊວງ​ສຶກສາ ທັງ​ເປັນ​ປະທານ​ອົງການ​ລົງທຶນ ບຣຸ​ໄນ
(ພາບ: cpv.org.vn)

(vovworld) - ວັນ​ທີ 19/03, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ໂດ​ຍທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ທັງ​ເປັນ​ປະທານ​ອົງການ​ລົງທຶນ ບຣຸ​ໄນ Hagi Apong ນຳ​ໜ້າ, ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ລັດຖະມົນຕີ​ກະຊວງ​ສຶກສາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 47 ​ເຊິ່ງ​ຈັດ​ຂຶ້ນ​ຢູ່​ຫວຽດນາມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ, ກະຊວງ, ຂະ​ແໜງ​ການ​ຂອງຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ບັນດາ​ແຂວງ, ນະຄອນ, ທ້ອງ​ຖິ່ນຂອງ​ຫວຽດນາມ ​ເພື່ອ​ສຳ​ຫຼວດພຶດຕິ​ກຳ​ຕົວ​ຈິງ. ທ່ານ​ປະທານ​ປະ​ເທດ ​ກໍສະ​ເໜີ​ວ່າ ພ້ອມກັບ​ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດສຶກສາ, ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຄື; ກຳ​ສິກຳ, ອຸດສາຫະກຳ​ພະລັງງານ, ການ​ລົງທຶນ​, ​ການ​ຄ້າ. ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ຫວຽດນາມ ພ້ອມ​ກັບ​ບັນດາ​ສະມາຊິກ​ອື່ນໆ​​ໃນພາກ​ພື້ນສະໜັບສະໜູນບຣຸ​ໄນ ​ດ້ວຍ​ຖານະ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ ​ໃນ​ປີ 2013 ຢ່າງຕັ້ງ​ໜ້າ​.

ທ່ານ​ລັດຖະມົນຕີ Hagi Apong ​ໄດ້​​ເນັ້ນ​ໜັກ​​ວ່າ ຈະລາ​ຍງານ​ໝາກຜົນ​​ແຫ່ງການ​ສຳ​ຫຼວດ​ຂອງ​ຄະນະ​ໃນ​ການ​ໄປ​ຢ້ຽມຢາມ​ເຖິງ​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ ​ໃນຄັ້ງ​ນີ້ ​ເຖິງ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ແລະ ວິ​ສາ​ຫະກິດ​ບຣຸ​ໄນ ຫຼາຍ​ແຫ່ງ ​ເພື່ອ​ສ້າງ​ກາລະ​ໂອກາດ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ