ຊຸກຍູ້ການຮ່ວມມືເສດຖະກິດຫວຽດນາມ ແລະ Tanzania
(ທ່ານປະທານາທິບໍດີ Tanzania, Jakaya Mrisho Kikwete)
(vovworld) – ໃນຂອບເຂດການຢ້ຽມຢາມຂອງປະທານາທິບໍດີ Tanzania ເຖິງຫວຽດນາມ, ຕອນເຊົ້າວັນທີ 28/9 ຢູ່ຮາໂນ້ຍ, ຫ້ອງການ ການຄ້າ ແລະ ອຸດສາຫະກຳຫວຽດນາມ ໄດ້ສົມທົບກັບສູນລົງທຶນ Tanzania ຈັດຕັ້ງການປຶກສາຫາລືໂຕະມົນລະຫວ່າງວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານປະທານາທິບໍດີ Tanzania Jakaya Mrisho Kikwete ຢືນຢັນວ່າ ຄະນະຜູ້ແທນ Tanzania ມາຢ້ຽມຢາມຫວຽດນາມ ເພື່ອແນໃສ່ຊອກຫາກາລະໂອກາດຮ່ວມມືກັບຫວຽດນາມ, ຊຸກຍູ້ແລກປ່ຽນການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ທ່ານປະທານາທິບໍດີ Tanzania Jakaya Mrisho Kikwete ເນັ້ນໜັກວ່າ Tanzania ແມ່ນສະມາຊິກຂອງສະມາຄົມເສດຖະກິດອາຟະລິກາ ລວມມີ 14 ປະເທດສະມາຊິກ, ນີ້ຈະແມ່ນເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ສຳພັດກັບຕະຫຼາດດ້ວຍພົນລະເມືອງປະມານ 400 ລ້ານຄົນ, ພ້ອມນັ້ນ Tanzania ຍັງແມ່ນປະຕູ ເພື່ອສຳພັດກັບປະຊາຄົມສະຫະພາບເອີລົບ.
ສ່ວນທ່ານຮອງປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຮ່ວາງວັນຢຸງ ໃຫ້ຮູ້ວ່າ, ຫວຽດນາມ ແລະ Tanzania ມີຫຼາຍຂົງເຂດທີ່ສາມາດຮ່ວມມືນຳກັນ, ໂດຍ ສະເພາະແມ່ນຂົງເຂດກະສິກຳຄື: ຜະລິດເຂົ້າສານ, ກາເຟ, ສິນໃນນ້ຳ, ຝ້າຍ… ການສຳມະນາຄັ້ງນີ້ໄດ້ເປີດກາລະໂອກາດດຳເນີນທຸລະກິດດີກວ່າ ໃຫ້ແກ່ວິສາຫະກິດ 2 ປະເທດໃນໄລຍະຈະມາເຖິງ.