ຊຸກຍູ້ການຮ່ວມມື ພັດທະນາເຂດລຸ່ມ ແມ່ນ້ຳຂອງ

ຊຸກຍູ້ການຮ່ວມມື ພັດທະນາເຂດລຸ່ມ ແມ່ນ້ຳຂອງ - ảnh 1

(ພາບ: vov.vn)

(vovworld)- ​​ອາ​ເມ​ລິ​ກາ ​ແລະ 5 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນມີ​ຫວຽດນາມ ​ໄດ້​ໃຫ້​ຄຳໝັ້ນສັນຍາ ຈະ​ຊຸກຍູ້​ຂໍ້ລິ​ເລີ່​ມ​ເຂດ​ລຸ່ມ​ແມ່ນ້ຳຂອງ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ​. ຄຳໝັ້ນສັນຍາ​ກັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ເວທີ​ປາ​ໄສ​ຮ່ວມ​ມື​ເຂດ​ລຸ່ມ​ແມ່ນ້ຳຂອງ ​ໂດຍສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ຈັດຕັ້ງຂຶ້ນ​ໃນ​ວັນ​ທີ 2/5 ຕາ​ເວລາ​ຫວຽດນາມ.

  ຂໍ້ລິ​ເລີ່​ມ​ເຂດ​ລຸ່ມ​ແມ່ນ້ຳຂອງ ​ໂດຍ​ອາ​ເມ​ລິ​ກາ ລິ​ເລີ່​ມ​ເມື່ອ​ປີ 2009 ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ລວມມີ: ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ​ໄທ ສາມາດ​ມີ​ຄວາມ​ແທດ​ເໝາະ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ໃຫ້​ແກ່​ບັນດາ​ບັນຫາ​ລວມ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ແຫຼ່ງນ້ຳ, ສາທາລະນະ​ສຸກ ​ແລະ ການ​ເຊື່ອມ​ຈອດ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ຟ້າ​ມກວາງ​ວິ​ງ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຮັບ​ຮູ້​ວ່າ: ຂໍ້ລິ​ເລີ່​ມ​ເຂດ​ລຸ່ມ​ແມ່ນ້ຳຂອງ ​ແມ່ນ​ຄວາມ​ມານະ​ພະຍາຍາມ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ-​ອາ​ຊຽນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ໃຫ້​ແກ່​ຈຸດໝາຍ​ຮັກ​ແຄບ​ຊ່ອງ​ວ່າງ​ການ​ພັດທະນາ​ໃນ​ພາກ​ພື້ນ. ທ່ານ Joe Yun ຮັກສາ​ການ​ຜູ້​ຊ່ວຍ​ວຽກ​ຂອງທ່ານລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ຕີ​ລາຄາ​ວ່າ:

   “ມາ​ຮອດ​ປະຈຸ​ບັນ, ປະ​ເທດ​ຕ່າງໆ​ໄດ້​ມີ​ການ​ຮ່ວມ​ມື​ດີ​ທີ່​ສຸດ​ໃນຂໍ້​ລິ​ເລີ່​ມ​ເຂດ​ລຸ່ມ​ແມ່ນ້ຳຂອງ. ພວກ​ຂ້າພະ​ເຈົ້າ​ໄດ້​ຈັດການ​ປະຊຸມ​ຂອງ​ກຸ່ມ​ປະຕິບັດ​ງານ​ຢູ່​ຫຼາຍ​ປະ​ເທດ, ປີ​ກາຍ​ໄດ້​ຈັດ​ຂຶ້ນ​ຢູ່​ປະ​ເທດ​ລາວ ​ແລະ ປີ​ນີ້​ແມ່ນ​ຢູ່​ຫວຽດນາມ. ຂ້າພະ​ເຈົ້າຄິດ​ວ່າ, ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ​ລ້ວນ​ແຕ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຕໍ່ໂຄງການ​ນີ້“.

ຂ່າວ/ບົດ​ອື່ນ