ຊຸກ​ຍູ້​ຂະ​ແໜງ​ອຸດ​ສາ​ຫະ​ກ​ຳ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ພັດ​ທະ​ນາ

(VOVWORLD) -ຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ອົງການຊຸກຍູ້ການຄ້າຕ່າງປະເທດ ຍີ່ປຸ່ນ (Jeteo) ແລະ ກົມສົ່ງເສີມການຄ້າສົມທົບກັນຈັດຕັ້ງງານວາງສະແດງສາກົນຄັ້ງທີ 11 ກ່ຽວກັບອຸດສາຫະກຳ ການປະດິດສ້າງເຄື່ອງອາໄຫຼອຸດສາຫະກຳຢູ່ ຫວຽດນາມ ແລະ ງານວາງສະແດງອຸດສາຫະກຳສະໜັບສະໜູນ ຫວຽດນາມ - ຍີ່ປຸ່ນຄັ້ງທີ 8. 
ຊຸກ​ຍູ້​ຂະ​ແໜງ​ອຸດ​ສາ​ຫະ​ກ​ຳ​ສະ​ໜັບ​ສະ​ໜູນ ຫວຽດ​ນາມ ພັດ​ທະ​ນາ - ảnh 1ບັນດາຜູ້ແທນຕັດແຖບຜ້າໄຂງານວາງສະແດງຢູ່ຮ່າໂນ້ຍ 

ງານວາງສະແດງນຳມາໃຫ້ບັນດານັກຜະລິດອຸດສາຫະກຳບັນດາອຸປະກອນເຕັກໂນໂລຢີ, ເຄື່ອງຈັກທີ່ທັນສະໄໝ ແລະ ວິທີການແກ້ໄຂຢ່າງຮອບດ້ານ, ໂອກາດພົວພັນການຄ້າໃໝ່ໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ໃນຂົງເຂດກ່ຽວກັບອຸດສາຫະກຳສະໜັບສະໜູນ. ທ່ານ Hironobu Kitagawa ຫົວໜ້າຜູ້ຕາງໜ້າອົງການຊຸກຍູ້ການຄ້າຕ່າງປະເທດ (Jetro) ຮ່າໂນ້ຍໃຫ້ຮູ້ວ່າ:

        ໃນຊຸມປີຜ່ານມາ, ຄວາມສົນໃຈຂອງບັນດາວິສາຫະກິດຍີ່ປຸ່ນ ໃນການລົງທຶນເຂົ້າຫວຽດນາມເພີ່ມຂຶ້ນຢ່າງແຮງ. ຕາມການສຳຫຼວດປະຈຳປີຂອງ Jetro ສຳລັບບັນດາວິສາຫະກິດຍີ່ປຸ່ນທີ່ພວມມີການລົງທຶນຢູ່ ຫວຽດນາມແລ້ວ, ມີເກືອບ 70% ວິສາຫະກິດໃນຈຳນວນເປົ້າໝາຍຊັກຖາມໄດ້ຕອບວ່າຢາກສືບຕໍ່ເປີດກ້ວາງຮູບແບບການຜະລິດຢູ່ ຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນວ່າ ບັນດານັກລົງທຶນ ຍີ່ປຸ່ນ ຕີລາຄາສູງຕະຫຼາດຫວຽດນາມເຊິ່ງຍັງເປັນສະຖານທີ່ຜະລິດຢ່າງມີປະສິດທິຜົນ ແລະ ດຶງດູດໃຈ

        ກ່າວຄຳເຫັນທີ່ພິທີ, ທ່ານ ໂດທັ້ງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຄົມວິສາຫະກິດ, ອຸດສາຫະກຳສະໜັບສະໜູນ ຢູ່ ຫວຽດນາມບັນລຸໄດ້ບັນດາຜົນງານທີ່ໜ້າຊືນຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ