ຊົດເຊີຍຄວາມເສຍຫາຍດ້ານຈິດໃຈໃຫ້ຍາດຕິພີ່ນ້ອງຜູ້ຖືກໂທດຢ່າງໄຮ້ເຫດຜົນ
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ
(vovworld) - ສືບຕໍ່ວາລະປະຊຸມຄັ້ງທີ 9, ຕອນເຊົ້າວັນທີ 21/4, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍຄວາມຮັບຜິດຊອບຊົດເຊີຍຂອງລັດ (ສະບັບປັບປຸງ). ໃນນັ້ນບັນຫາຍັງມີຄວາມເຫັນທີ່ແຕກຕ່າງກັນ ນັ້ນແມ່ນຊົດເຊີຍຫຼືບໍ່ຊົດເຊີຍ ຄວາມເສຍຫາຍດ້ານຈິດໃຈໃຫ້ຍາດຕິພີ່ນ້ອງຜູ້ຖືກໂທດຢ່າງໄຮ້ເຫດຜົນໃນການເຄື່ອນໄຫວດຳເນີນຄະດີອາຍາ. ກ່ຽວກັບບັນຫານີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ຖືວ່າ:
“ເມື່ອເວົ້າເຖິງ ຄວາມເສຍຫາຍດ້ານຈິດໃຈ, ບໍ່ພຽງແຕ່ຜູ້ຖືກໂທດຢ່າງໄຮ້ເຫດຜົນເທົ່ານັ້ນ, ຫາກຍາດຕິພີ່ນ້ອງຂອງເຂົາເຈົ້າກໍ່ຖືກເສຍຫາຍດ້ານຈິດໃຈອີກດ້ວຍ. ສ່ວນລະດັບການຊົດເຊີຍແມ່ນຄືແນວໃດ, ນີ້ແມ່ນນະໂຍບາຍຂອງລັດ. ຖ້າເຫັນວ່າ, ເຂົາເຈົ້າຕ້ອງການໄດ້ຮັບການຂໍໂທດຈາກລັດ ແລະ ຕ້ອງການໄດ້ຮັບການຊົດເຊີຍບ້ວງເງິນໃດໜຶ່ງຢ່າງແນ່ນອນ ເພື່ອຊົດເຊີຍຄວາມເສຍຫາຍດ້ານຈິດໃຈໃຫ້ແກ່ເຂົາເຈົ້ານັ້ນ. ຂ້າພະເຈົ້າຄິດວ່າຄວນເຮັດ“.
ຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນຮັບເອົາ, ປັບປຸງ (ເທື່ອທີສອງ) ຮ່າງກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງປະມວນກົດໝາຍອາຍາເລກ 100/2015/ສຊ13.