ຊຸດເສື້ອຍາວຂອງຫວຽດນາມສ້າງຄວາມປະທັບໃຈທີ່ງານປະກວດນາງງາມຈັກກະວານ 2013
ນາງງາມ ເຈືອງທິໄມ
(vovworld) – ແວບໄຊທີ່ມີອິດທິພົນຊື່ສຽງສະເພາະກ່ຽວກັບງານປະກວດນາງງາມ Missosology ໄດ້ຍົກອອກບັນຊີລາຍຊື່ 5 ຊຸດອາພອນງາມທີ່ສຸດທີ່ງາມປະກວດນາງງາມຈັກກະວານ (Miss Universe 2013). ຕາມນັ້ນແລ້ວ, ຊຸດເຊື້ອຍາວຂອງຜູ້ສອບເສັງຕາງໜ້າໃຫ້ ຫວຽດນາມ ເຈືອງທີໄມ ຢື່ນອັນດັບໜຶ່ງໃນບັນຊີລາຍຊື່ນີ້ ແລະ ໄດ້ຮັບການຕີລາຄາແມ່ນຊຸດອາພອນສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ.
ຕອນຄຳ່ວັນທີ 3/11, ຢູ່ນະຄອນຫຼວງມົດສະກູຂອງສະຫະພັນ ລັດເຊຍ, ໃນຂອບເຂດງານປະກວດນາງງາມຈັກກະວານ ປີ 2013 ໄດ້ດຳເນີນການສະແດງຊຸດອາພອນປະຈຳຊາດ. ເຈືອງທິໄມ, ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອຕົນເອງແມ່ນນາງສາວ ຫວຽດນາມ. ຍາມໃດຂ້າພະເຈົ້າກໍ່ມີຄວາມຫວັງ ແລະ ມານະພະຍາຍາມ. ນາງສາວແຕ່ລະຄົນ, ຜູ້ໃດກໍ່ມີຄວາມງາມ ແລະ ມີທ່າແຮງສະເພາະຂອງໃຜມັນ, ແຕ່ຂ້າພະເຈົ້າມານະພະຍາຍາມດ້ວຍບັນດາທ່າແຮງ ແລະ ເຮັດຈົນສຸດຄວາມສາມາດຂອງຕົນ. ຂ້າພະເຈົ້າຫວັງວ່າທຸກຄົນສືບຕໍ່ສະໜັບສະໜູນຂ້າພະເຈົ້າ.”