ຊີຣີດັບສູນພາກສ່ວນລຸກ ຮຶ້ຂຶ້ນເກືອບ 80 ຄົນ ຢູ່ Homs
(ພາບປະກອບ: AFP)
(vovworld)- ໜັງສືພິມລາຍວັນ Al Watan ສະບັບອອກວັນທີ 6/4 ໄດ້ໃຫ້ຂ່າວວ່າ: ມີພາກສ່ວນລຸກຮຶ້ຂຶ້ນຢ່າງໜ້ອຍສຸດ 75 ຄົນຖືກດັບສູນໃນຂະນະທີ່ກອງທັບຊີຣີ ບຸກໂຈມຕີເຂົ້າບັນດາທີ່ຕັ້ງຂອງກຳລັງນີ້ຢູ່ແຂວງ Homs ທາງພາກກາງຊີຣີ. ນັກຮົບຊີຣີ ບຸກໂຈມຕີເຂົ້າບັນດາທີ່ຕັ້ງຂອງທະຫານລຸກຮຶ້ຂຶ້ນຢູ່ເຂດ Jub al Jarrah ທາງທິດຕາເວັນອອກແຂວງ Homs ແລະ ດັບສູນກ່ວາ 75 ຄົນ. ໃນຈຳນວນເຫຼົ່ານັ້ນມີບັນດາສະມາຊິກຕ່າງປະເທດຂຶ້ນກັບແນວໂຮມ Nusra ຊື່ງແມ່ນສາຂາທາງການຂອງ ອານເກດາ ຢູ່ຊີຣີ ແລະ ແນວໂຮມອິດຊະລາມ. ແລະ ກໍ່ຢູ່ໃນແຂວງ Homs, ພາກສ່ວນລຸກຮຶ້ນຂຶ້ນກ່ວາ 30 ຄົນຖືກເສຍຊີວິດໃນເຫດສາງລູກປືນລະເບີດ. ໃນຈຳນວນຜູ້ເສຍຊີວິດມີທ່ານ Abdul Qader Juma ປະທານສະພາການທະຫານຂອງກອງທັບຊີຣີ ເສລີ ແລະ ທ່ານ Eyad Zugaub ຜູ້ບັນຊາການສະໜາມຮົບຂອງກຳລັງນີ້. ສາງລູກປືນລະເບີດຂຶ້ນພາຍຫຼັງຖືກລູກສອນໄຟ Grad ຂອງກອງທັບລັດຖະບານຍິງໃສ່./.