ຊີຣີ:ມີຜູ້ຖືກເສຍຊີວິດເກືອບ20 ຄົນໃນເຫດບຸກໂຈມຕີທາງອາກາດຂອງທະຫານປະສົມ
ພາບປະກອບ
|
(vovworld)- ວັນທີ 13/4, ທະຫານປະສົມ ໂດຍອາເມລິກາ ນຳຫນ້າ ຢູ່ ຊີຣີ ຮັບຮູ້ວ່າ: ໄດ້ “ດຳເນີນການບຸກໂຈມຕີຫລົງເປົ້າໝາຍ” ໃສ່ບັນດາມືປືນຂຶ້ນກັບບັນດາກຳລັງປະຊາທິປະໄຕ ຊີຣີ ໂດຍ ວໍຊິງຕັນ ຫນູນຫລັງ ຢູ່ ເຂດມໍ່ກັບເທດສະບານສຳຄັນ ຢູ່ ພາກເຫນືອ ຊີຣີ ເຮັດໃຫ້ສະມາຊິກຂອງກຳລັງນີ້ 18 ຄົນຖືກເສຍຊີວິດ. ໃນຖະແຫລງການ, ທະຫານປະສົມດັ່ງກ່າວ ໃຫ້ຮູ້ວ່າ: ການບຸກໂຈມຕີໄດ້ເກີດຂຶ້ນຢູ່ທາງທິດໃຕ້ Tabqa ຊື່ງແມ່ນເທດສະບານມີລະດັບສຳຄັນດ້ານຍຸດທະສາດຢູ່ແຄມ ແມ່ນ້ຳ Euphrates. ຖະແຫລງການໄດ້ຊີ້ແຈ້ງວ່າ: “ການບຸກໂຈມຕີດັ່ງກ່າວ ໂດຍບັນດາກຳລັງຄູ່ຮ່ວມມືຮຽກຮ້ອງປະຕິບັດ. ເຂົາເຈົ້າໄດ້ກຳນົດທີ່ຕັ້ງແມ່ນທີ່ຕັ້ງການສູ້ຮົບຂອງ IS. ເຖິງຢ່າງໃດກໍຕາມ, ຄວາມຈິງນັ້ນແມ່ນຖານທີ່ໝັ້ນຂອງບັນດາກຳລັງປະຊາທິປະໄຕ ຊີຣີ. ປະຈຸບັນ ກຳລັງປະຊາທິປະໄຕ ຊີຣີ ແລະ ວົງການເຈົ້າຫນ້າທີ່ທະຫານປະສົມພວມຕີລາຄາສາຍເຫດເກີດເຫດການດັ່ງກ່າວ ແລະ ຈະຜັນຂະຫຍາຍບັນດາມາດຕະການປ້ອງກັນຢ່າງເໝາະສົມ ເພື່ອຫລີກລ້ຽງເກີດເຫດຄືດັ່ງກ່າວອີກໃນອະນາຄົດ.