ຊີຣີເດັດດ່ຽວບໍ່ຜ່ອນສັ້ນຜ່ອນຍາວໃນການເຈລະຈາສັນຕິພາບGeneva
ທ່ານປະທານາທິບໍດີ ຊີຣີ Bashar Al Assad
(ພາບ: ອິນເຕີແນັດ)
(vovworld) – ວັນທີ 24/01 ເຈົ້າໜ້າທີ່ຂັ້ນສູງຜູ້ໜຶ່ງໃນພັກກຳອຳນາດຂອງທ່ານປະທານາທິບໍດີ ຊີຣີ Bashar Al Assad ເວົ້າວ່າ: Damascus ຈະບໍ່ປະຕິບັດການຜ່ອນສັ້ນຜ່ອນຍາວ ໃນການເຈລະຈາສັນຕິພາບ ຄາດວ່າຈະດຳເນີນຢູ່ນະຄອນຫລວງ Geneva ປະເທດ ສະວິດ ໃນວັນທີ 25/01. ອຳນາດການປົກຄອງ ຊີຣີ ໄດ້ແຈ້ງວ່າ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາການເຈລະຈາ, ແຕ່ພ້ອມທັງເນັ້ນໜັກວ່າ: Damascus ຕ້ອງໄດ້ຮັບການສະໜອງບັນຊີລາຍຊື່ບັນດາກຸ່ມກໍ່ການຮ້າຍ ທີ່ຖືກຫ້າມເຂົ້າຮ່ວມການເຈລະຈາສັນຕິພາບ ກໍຄືລາຍຊື່ຂອງບັນດາຜູ້ທີ່ຂຶ້ນກັບກຳລັງກົງກັນຂ້າມຢູ່ ຊີຣີ ຄາດຄະເນຈະເຂົ້າຮ່ວມບັນດາການເຈລະຈາສັນຕິພາບ.