ຊອກຫາບັນດາເພື່ອນໜຸ່ມມີກຳລັງຄວາມເກັ່ງກ້າສາມາດໃຫ້ຂະແໜງວັດທະນຳທຳ,ກິລາແລະທ່ອງທ່ຽວ
ຊອກຫາບັນດາເພື່ອນໜຸ່ມມີກຳລັງຄວາມເກັ່ງກ້າສາມາດ
ໃຫ້ຂະແໜງວັດທະນຳທຳ,ກິລາແລະທ່ອງທ່ຽວ
(ພາບ: TTXVN)
(vovworld) - ຕອນຄໍ່າວັນທີ 28/06, ຢູ່ສູນວັດທະນະທຳສ່ືສານແຂວງເທື່ອທຽນ - ເຫ້ວ, ການເສງ “ນັກຮຽນ, ນັກສຶກສາທີ່ມີຄວາມເກັ່ງກ້າສາມາດໃນບັນດາໂຮງຮຽນວັດທະນະທຳສິລະປະ, ກິລາກາຍຍະກຳ ແລະ ທ່ອງທ່ຽວ” ຄັ້ງທີ 2 ປີ 2015 ຖືກອັດລົງ ພາຍຫຼັງດຳເນີນໄປຢ່າງຟົກຟື້ນມາເປັນເວລາ 5 ວັນ. ການສັງໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ ຈັດຕັ້ງ. ໝາກຜົນສຸດທ້າຍ, ຄະນະຈັດຕັ້ງໄດ້ມອບຫຼຽນກາໃຫ້ຜູູ້ຄວ້າໄດ້ລາງວັນໃນບັນດາຂົງເຂດຄື: ວິຈິດສິນ, ການສະແດງສິລະປະ, ທ່ອງທ່ຽວ, ກິລາ.
ດ້ວຍຫົວຂໍ້ “ປະເທດຊາດ ແລະ ທະເລໝູ່ເກາະ”, ການເສັງປີນີ້, ໄດ້ມີການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາ 1.250 ຄົນ ແລະ ຄູສອນ, ຄູຝຶກສອນ 50 ຄົນ ທີ່ມາຈາກ 55 ຄະນະ.