(vovworld) – ພິທີມອບມອບແຜ່ນ CD 900 ແຜ່ນໃຫ້ຄົນຕາບອດໄດ້ດຳເນີນໄປໃນຕອນເຊົ້າວັນທີ 20/12, ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV). ນີ້ແມ່ນຄັ້ງທີ 5 ທີ່ VOV ພ້ອມກັບບໍລິສັດປະກັນຊີວິດ Prudential ຈັດຕັ້ງ ໂຄງການມອບແຜ່ນ CD ໃຫ້ສູນກາງສະມາຄົມຄົນຕາບອດຫວຽດນາມ. ບັນດາແຜ່ນ CD ມີເນື້ອໃນຄື: ວັດນະຄະດີພາຍໃນປະເທດ, ຕ່າງປະເທດ, ປື້ມສະຫງວນໃຫ້ແມ່ຍິງ… ກ່າວຄຳເຫັນທີ່ພິທີ, ທ່ານ ດວ່ານກວາງ, ຮອງຜູ້ອຳນວຍການຊ່ອງໂທລະພາບສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ.
“ຜ່ານເລື່ອງມອບແຜ່ນ CD ດັ່ງກ່າວ, VOV ປາດຖະໜາຢາກສ້າງຫໍສະມຸດຂໍ້ມູນໃຫ້ຄົນຕາບອດຢູ່ຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າເຊື່ອມໂຍງ ແລະ ຕິດພັນກັບວົງຄະນະຍາດ. ດ້ວຍເນື້ອໃນທີ່ລຽບງ່າຍ, ໃກ້ຊິດຕິດແທດກັບຊີວິດການເປັນຢູ່, ການເຄື່ອນໄຫວມອບແຜ່ນ CD ຂອງ VOV ແລະ ບໍລິສັດປະກັນຊີວິດ Prudential ໃຫ້ສູນກາງສະມາຄົມຄົນຕາບອດຫວຽດນາມ ຈະສືບຕໍ່ຈັດຕັ້ງເປັນປະຈຳໃນຊຸມປີຕໍ່ໆໄປ”.