ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ - ຂົວເຊື່ອມຕໍ່ຕອບຮັບກັບຜູ້ມີສິດເລືອກຕັ້ງແລະປະຊາຊົນໃນທົ່ວປະເທດ

(VOVWORLD) -ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ປະກາດ logo ໃໝ່ ແລະ ໂທລະພາບຊ່ອງ 7. ນີ້ແມ່ນການປ່ຽນແປງມີລັກສະນະຍຸດທະສາດ ນັບແຕ່ຄັ້ງທຳອິດທີ່ຊ່ອງໂທລະພາບສະພາແຫ່ງຊາດ ອອກອາກາດເມື່ອວັນທີ 06 ມັງກອນ 2015.
ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ - ຂົວເຊື່ອມຕໍ່ຕອບຮັບກັບຜູ້ມີສິດເລືອກຕັ້ງແລະປະຊາຊົນໃນທົ່ວປະເທດ - ảnh 1(ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ປະກາດ logo ໃໝ່)

ຕອນບ່າຍວັນທີ 03 ມິຖຸນາ, ຢູ່ ຮ່າໂນ້ຍ, ຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ໄດ້ປະກາດ logo ໃໝ່ ແລະ ໂທລະພາບຊ່ອງ 7. ນີ້ແມ່ນການປ່ຽນແປງມີລັກສະນະຍຸດທະສາດ ນັບແຕ່ຄັ້ງທຳອິດທີ່ຊ່ອງໂທລະພາບສະພາແຫ່ງຊາດ ອອກອາກາດເມື່ອວັນທີ 06 ມັງກອນ 2015. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຢ້ຳຄືນຄວາມຮຽກຮ້ອງ ນຳຊ່ອງໂທລະພາບດັ່ງກ່າວໃຫ້ກາຍເປັນຂົວເຊື່ອມຕໍ່ຕອບຮັບນັບມື້ນັບກວ້າງຂວາງກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ເຮັດແນວໃດຕ້ອງສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ຜູ້ຊົມສາມາດກຳແໜ້ນຂໍ້ມູນ, ຮູບພາບໂດຍໄວ, ຊັດເຈນ ແລະ ມີຄວາມໄວ້ເນື້ອເຊື່ອໃຈທີ່ສຸດ.

        Logo ໃໝ່ເລີ່ມນຳໃຊ້ໃນຄື້ນໂທລະພາບຂອງຊ່ອງໂທລະພາບສະພາແຫ່ງຊາດ ຫວຽດນາມ ນັບແຕ່ເວລາ 0 ໂມງຂອງວັນທີ 03 ມິຖຸນາ ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ