ຊາວກະສິກອນຫວຽດນາມກະກຽມໃຫ້ກະສິກຳ 4.0

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ໄດ້ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຕັ້ງເວທີປາໄສຊາວກະສິກອນຫວຽດນາມ ຄັ້ງທີ 2 ດ້ວຍຫົວຂໍ້ວ່າ “ຊາວກະສິກອນກະກຽມໃຫ້ກະສິກຳ 4.0”.
ຊາວກະສິກອນຫວຽດນາມກະກຽມໃຫ້ກະສິກຳ 4.0 - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ.

        “ເນື້ອແທ້ຂອງການປະຕິວັດ 4.0 ນັ້ນແມ່ນນຳໃຊ້ຜົນງານດ້ານເຕັກໂນໂລຊີ ເພື່ອປ່ຽນແປ່ງວີທີການຜະລິດ. ກະສິກຳ 4.0 ແມ່ນວຽກງານຢູ່ບັນດາເຂດທົ່ງນາ ດ້ວຍວິທີບັນຊາຈາກທາງໄກ ໃນວິວັດການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນກະເສດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ.”

        ປຶກສາຫາລືທີ່ເວທີປາໄສ, ຜູ້ແທນບາງທ່ານໄດ້ຖືວ່າ, ປະຈຸບັນກະສິກຳຂອງພວກເຮົາຍັງຖືກຈຳກັດຢູ່, ຂາດການຮ່ວມສຳພັນລະຫວ່າງວິສາຫະກິດ ແລະ ຊາວກະສິກອນ. ວິທະຍາສາດເຕັກໂນໂລຊີແມ່ນມາດຕະການບັງຄັບໃຫ້ຊາວກະສິກອນຕ້ອງໝູນໃຊ້, ໃນນັ້ນ, ຕ້ອງການທີ່ສຸດແມ່ນການເຊື່ອມຕໍ່ກັບວິສາຫະກິດ, ຮ່ວມສຳພັນ, ຕິດພັນກັບຕະຫຼາດເພື່ອເຮັດກະສິກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ