(vovworld) - ວັນທີ 16/06, ຢູ່ແຂວງ ກາວບັ່ງ, ສູນກາງສະມາຄົມຊາວກະສິກອນຫວຽດນາມ ສົມທົບກັບສະມາຄົມຊາວກະສິກອນແຂວງກາວບັ່ງ ຈັດຕັ້ງພິທີໂຮມຊຸມນຸມມິດຕິງຊາວກະສິກອນຫວຽດນາມ ຕອບສະໜອງວັນສາກົນ ແລະ ທົ່ວປວງຊົນປ້ອງກັນ, ຕ້ານຢາເສບຕິດ 26/06. ວັນສາກົນ ແລະ ທົ່ວປວງຊົນປ້ອງກັນ ແລະ ຕ້ານຢາເສບຕິດ 26/06 ປີນີ້ ມີຫົວຂໍ້ວ່າ “ເພື່ອສຸຂະພາບຂອງປະຊາຊົນບໍ່ຕ້ອງປາສະຈາກຢາເສບຕິດ”, ເພື່ອແນໃສ່ຍົກສູງສະຕິຮັບຮູ້, ສ້າງຂະບວນການເຄື່ອນໄຫວ ແລະ ເສີມຂະຫຍາຍກຳລັງແຮງສັງລວມຂອງພະນັກງານ, ສະມາຊິກສະມາຄົມຊາວກະສິກອນ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຍີເລື້ອງ, ຮອງປະທານຄະນະບໍລິຫານງານສະມາຄົມຊາວກະສິກອນຫວຽດນາມ ເນັ້ນໜັກວ່າ, ວຽກງານປ້ອງກັນ, ຕ້ານຢາເສບຕິດແມ່ນໜ້າທີ່ຂອງທົ່ວສັງຄົມ, ແມ່ນມາດຖານກໍ່ສ້າງຊົນນະບົດໃໝ່ ແລະ ຕິດພັນກັບວິວັດການພັດທະນາປະເທດຊາດຢ່າງໝັ້ນຄົງ.