ຊາວຄຼິດສາມັກຄີ, ປະກອບສ່ວນເຂົ້າພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ
(vovworld) – ຕອນເຊົ້າວັນທີ 21/11, ຢູ່ ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ຕີລາຄາສູງບົດບາດຂອງຄະນະກຳມະການສາມັກຄີສາສະໜາຄຼິດຫວຽດນາມ ໃນການເສີມຂະຫຍາຍນ້ຳໃຈສາມັກຄີບັນດາຜູ້ມີຍົດຖະບັນດາສັກ ແລະ ສາສະນິກກະຊົນຊາວຄຼິດ, ພ້ອມທັງຢັ້ງຢືນວ່າ: ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນຊາວຄຼິດ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20/11, ຢູ່ຫ້ອງວ່າການສູນກາງພັກ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ໃຫ້ການຕ້ອນຮັບຄະນະ. ທີ່ການພົບປະ, ຄຸນພໍ່ ເຈີ່ນຊວງແມ້ງ, ຮອງປະທານຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ ອາຍຸການທີ 6 ຢັ້ງຢືນ: ຊາວຄຼິດ ໃນທົ່ວປະເທດ ຈະສືບຕໍ່ສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ, ສ້າງອົງການໃຫ້ໝັ້ນຄົງເຂັ້ມແຂງ, ຢູ່ໃນສິນກິນໃນທຳ, ປະກອບສ່ວນໃຫ້ແກ່ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ສ້າງສາປະເທດໃຫ້ຮັ່ງມີເຂັ້ມແຂງ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢັ້ງຢືນວ່າ:
“ພັກ ແລະ ລັດຍາມໃດກໍ່ເຄົາລົບສິດເສລີໃນການເຫຼື້ອມໃສສາສະໜາຂອງພົນລະເມືອງ ແລະ ຢັ້ງຢືນຄຸນສົມບັດສາສະໜາມີຫຼາຍສິ່ງເໝາະສົມກັບຄຸນສົມບັດທີ່ເປັນມູນເຊື້ອຂອງຊາດ. ໃນຕົວຈິງແລ້ວ, ພໍ່ແມ່ປະຊາຊົນສາສະໜາຕ່າງໆເວົ້າລວມ, ໃນນັ້ນມີພໍ່ແມ່ປະຊາຊົນຊາວຄຼິດຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ສ້າງເງື່ອນໄຂເພື່ອປະຕິບັດສິດເສລີໃນການເຫຼື້ອມໃສ ແລະ ສົ່ງເສີມບັນດາວຽກງານທີ່ມີຜົນປະໂຫຍດໃຫ້ແກ່ຄອບຄົວ ແລະ ປະເທດຊາດ, ປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ.”