ຊາວປະມົງຟຸ໋ອຽນກູ້ຊີບຊາວປະມົງຟີລິບປີນ 2 ຄົນປະສົບເຄາະຮ້າຍບົນທະເລ

ຊາວປະມົງຟຸ໋ອຽນກູ້ຊີບຊາວປະມົງຟີລິບປີນ 2 ຄົນປະສົບເຄາະຮ້າຍບົນທະເລ - ảnh 1
ຊາວປະມົງຟຸ໋ອຽນກູ້ຊີບຊາວປະມົງຟີລິບປີນ 2 ຄົນປະສົບເຄາະຮ້າຍບົນທະເລ
(ພາບ: nld.com.vn)

(vovworld) - ວັນ​ທີ 09/01, ກ່ຳ​ປັ່ນ​ຫາ​ປາ​ໂດຍອ້າຍ ຫງວຽນ​ທ໋າຍ​ຮືງ, ຊາວ​ປະ​ມົງ​ນະ​ຄອນ ຕຸຍ​ຮ່​ວາ, ເປັນ​ກັບ​ຕັນ​​ເຮືອ​ໄດ້ເຂົ້າ​ທຽບ​ທ່າ ດົງ​ຕ໋າກ, ນະ​ຄອນ​ຕຸຍ​ຮ່​ວາ ແລະ ​ໄດ້ມອບ​ຊາວ​ປະ​ມົງຟີ​ລິບ​ປີນ 2 ​ຄົນ​ຖືກ​ປະ​ສົບ​ເຄາະ​ຮ້າຍ​ບົນ​ທະ​ເລ​ໃຫ້​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ແຂວງ​ຟຸ໋​ອຽນ. ກ່ອນ​ໜ້ານັ້ນ, ວັນ​ທີ 24/12/2016, ກ່ຳ​ປັ່ນ​ຂອງ​ອ້າຍ ຫງວຽນ​ທ໋າຍ​ຮືງ ພວມ​ຫາ​​ສິນ​ທະ​ເລ​ຢູ່​ເຂດ​ທະ​ເລ ​ເຊິ່ງຫ່າງ​ຈາກ​ເກາ​ະ ຊອງ​ຕື​ໂຕ ໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະ​ມານ 160 ໄມທະ​ເລ ​ໄດ້ພົບ​ເຫັນ ແລະ ກູ​້​ຊີບ​ຊາວ​ປະ​ມົງ​ຟີ​ລິບ​ປີນ 2 ຄົນ. ຊາວ​ປະ​ມົງ​ຟີ​ລິບ​ປີນ 2 ຄົນ​ຖືກ​ປະ​ສົບ​ເຄາະ​ຮ້າຍ​ແຕ່​ວັນ​ທີ 17/12/2016. ທະ​ຫານປ້ອງ​ກັນ​ຊາຍ​ແດນ​ແຂວງ ຟຸ໋​ອຽນ ພວມ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ເຮັດ​ລະ​ບຽບ​ການ​ເພື່ອມອບ​ສົ່ງ​ຊາວ​ປະ​ມົງຟີ​ລິບ​ປີນ 2 ຄົນ​ກັບ​ຄືນ​ປະ​ເທດ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ