ຊາວ​ປາ​ແລັດ​ສະ​ຕິນ ​ໄດ້​ຮັບ​ບາດ​ເຈັດ ແລະ ເສຍ​ຊີ​ວິດ 29 ຄົນ ໃນ​ການ​ປະ​ທະ​ກັນ​ກັບ​ທ​ະ​ຫານ ອິດ​ສະ​ລາ​ແອັນ ຢູ່​ຝັ່ງ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) -ໃນວັນດຽວກັນ,  IDF ປະກາດວ່າ ບັນດາ ພົນທະຫານ ອິດສະລາແອັນໄດ້ບຸກໂຈມຕີໃສ່ຄ້າຍລີ້ໄພຢູ່ Jenin ເພື່ອສະກັດກັ້ນແຜນການຂອງສາຂາ ກຸ່ມສົງຄາມສັກສິດ ອິດສະລາມ ປາແລັດສະຕິ (PIJ) ບຸນໂຈມຕີ ອິດສະລາແອັນ.
ຊາວ​ປາ​ແລັດ​ສະ​ຕິນ ​ໄດ້​ຮັບ​ບາດ​ເຈັດ ແລະ ເສຍ​ຊີ​ວິດ 29 ຄົນ ໃນ​ການ​ປະ​ທະ​ກັນ​ກັບ​ທ​ະ​ຫານ ອິດ​ສະ​ລາ​ແອັນ ຢູ່​ຝັ່ງ​ແມ່​ນ້ຳ​ຈໍ​ແດນ - ảnh 1ສະຖານທີ່ເກີດເຫດ (ພາບ: AFP/TTXVN)

ວັນທີ 26 ມັງກອນ, ກະຊວງສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ມີຊາວປາແລັດສະຕິນ ເສຍຊີວິດ 9 ຄົນ ແລະ ໄດ້ຮັບບາດເຈັບ 20 ຄົນ ໃນການປະທະກັນຢ່າງດຸເດືອດທີ່ສຸດໃນຫຼາຍປີຜ່ານມາ ລະຫວ່າງ ທະຫານອິດສະລາແອັນ (IDF) ກັບບັນດາມືປຶນປາແລັດສະຕິນ ຢູ່ນະຄອນ Jenin, ທາງທິດເໜືອຂອງຝັ່ງແມ່ນ້ຳຈໍແດນ. ໃນວັນດຽວກັນ,  IDF ປະກາດວ່າ ບັນດາ ພົນທະຫານ ອິດສະລາແອັນໄດ້ບຸກໂຈມຕີໃສ່ຄ້າຍລີ້ໄພຢູ່ Jenin ເພື່ອສະກັດກັ້ນແຜນການຂອງສາຂາ ກຸ່ມສົງຄາມສັກສິດ ອິດສະລາມ ປາແລັດສະຕິ (PIJ) ບຸນໂຈມຕີ ອິດສະລາແອັນ.

ແລະກໍ່ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ  Benjamin Netanyahu ໄດ້ຈັດການປະຊຸມທາງໄກ ກັບບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງອິດສະລາແອັນເພື່ອຕີລາຄາສະພາບການປະທະກັນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ