ຊາວມຸດສະລິມໃນໂລກເລີ່ມຕ້ອນຮັບງານບຸນ Eid al Adha
(VOVWORLD) -ມີຊາວມຸດສະລິມນັບຕື້ຄົນໃນທົ່ວໂລກໄດ້ເລີ່ມຕ້ອນຮັບເທດສະການ Eid al Adha, ທີ່ແກ່ຍາວເປັນເວລາ 3 ວັນ, ນັບແຕ່ວັນທີ 21 ສິງຫາ ເພື່ອອາໄລຫາ ແລະ ເຊີດຊູນັກທຳນາຍ Ibrahim. ນີ້ແມ່ນໜຶ່ງໃນບັນດາງານບຸນສຳຄັນທີ່ສຸດຕາມປະຕິທິນອິດສະລາມ.
ຊາວມຸດສະລິມໃນໂລກເລີ່ມຕ້ອນຮັບງານບຸນ Eid al Adha
(ພາບ: AFP/TTXVN)
|
ຢູ່ຊະອຸດີ ອາຣາເບຍ, ມີຊາວມຸດສະລິມ ກວ່າ 2 ລ້ານຄົນໄດ້ເລີ່ມໄປນະມັດສະການ Haji ຢູ່ເຂດດິນແດນແຫ່ງຄວາມສັກສິດ Mecca ຢູ່ຮ່ອມພູ Mina ກ່ອນທີ່ເທດສະການ Eid al Adha ເລີ່ມດຳເນີນ. ຄາດວ່າ, ໃນປີ 2018 ນີ້ ຈະມີເກືອບ 2,4 ລ້ານຄົນໄປນະມັດສະການ ຢູ່ດິນແດນທີ່ສັກສິດແຫ່ງນີ້.
ເພື່ອແນໃສ່ຮັບປະກັນຄວາມລະບຽບຮຽບຮ້ອຍ ແລະ ຫຼີກລ້ຽງເຫດການຢຽບກັນໃນໂອກາດງານບຸນນີ້, ບັນດາເຈົ້າໜ້າທີ່ ຊະອຸດີ ອາຣາເບຍ ໄດ້ຜັນຂະຫຍາຍກຳລັງປ້ອງກັນຄວາມສະຫງົບນັບໝື່ນຄົນ, ລວມທັງຕຳຫຼວດ ແລະ ກອງຫຼອນອາສາສະໝັກຢູ່ເຂດຮ່ອມພູ Mina.