ຊາວຢູແກຼນ ກວ່າ 500 ພັນຄົນຕ້ອງໄປອົບພະຍົບອອກຈາກເຂດປະທະກັນ

ຊາວຢູແກຼນ ກວ່າ 500 ພັນຄົນຕ້ອງໄປອົບພະຍົບອອກຈາກເຂດປະທະກັນ - ảnh 1
(ພາບປະກອບ: Reuters)

(vovworld) –  ວັນ​ທີ 02/09, ອົງການ​ຂ້າ​ຫຼວງ​ໃຫຍ່ສະຫະ​ປະຊາ​ຊາດ ​ເພື່ອ​ຊາວ​ອົບ​ພະ​ຍົບ (UNHCR) ​ໃຫ້​ຮູ້​ວ່າ, ການ​ປະ​ທະ​ກັນ​ຢູ່ທາງ​ທິດ​ຕາ​ເວັນ​ອອກ - ສ່ຽງ​ໃຕ້​ຢູ​ແກຼນ ​ເຮັດ​​ໃຫ້​ຊາວ​ຢູ​ແກຼນ ກວ່າ 500 ພັນ​ຄົນຕ້ອງ​ໄປອົບພະຍົບ. ຕາມ​ຕົວ​ເລກ​ຫ້ຼາ​ສຸດ​ຂອງ UNHCR ​ແລ້ວ, ຢ່າງ​ໜ້ອຍ​ສຸດ​ມີຊາວ​ຢູ​ແກຼນ 260.000 ຄົນຕ້ອງ​ໄປ​ອົບ​ພະຍົບ​ເຖິງ​ເຂດ​ອື່ນ​​ຢູ່​ພາຍ​ໃນ​ປະ​ເທດ, ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ໃນ​ເວລາ​ພຽງ 1 ​ເດືອນຜ່ານ​ມາ. ​ໃນ​ຂະນະ​ນັ້ນ, ຝ່າຍ​ລັດ​ເຊຍ ​ໄດ້​ຖະ​ແຫຼງວ່າ ມີຊາວ​ຢູ​ແກຼນ ປະມານ 260.000 ຄົນ ​ໄດ້​ໄປ​ອົບ​ພະຍົບຢູ່​ລັດ​ເຊຍ ​ແລະ ປະຊາຊົນ​ປະ​ເທດ​ນີ້​ຍັງ​ຊອກ​ຫາ​ວິທີ​​ອົບ​ພະຍົບຢູ່​ບັນດາ​ປະ​ເທດ​ບ້ານ​ໃກ້ເຮື​ອນ​ຄຽງ​ຄື ​ເບ​ລາຣຸດ, ​ໂປ​ໂລ​ຍ, ​ແອດ​ໂຕ​ນີ… ນອກຈາກ​ນັ້ນ, ​ໄດ້​ມີ 2.600 ຄົນ​ຖືກ​ເສຍ​ຊີວິດ​ຍ້ອນ​ການລູກ​ລະ​ເບີດຂອງ​ທັງ 2 ຝ່າຍ. ຜູ້ນຳ​ໜ້າ UNHCR ທ່ານ Antonio Guterres ​ໄດ້​ກ່າວ​ເຕື່ອນວ່າ ຜົນ​ຮ້າຍ​ຢ້ອນ​ຫຼັງຈະ​ຮ້າຍ​ແຮງ​ກ່ວາ ຖ້າ​ຫາກ​ບໍ່​ຢຸດຕິ​ການ​ປະ​ທະ​ກັນຢູ່ທາງ​ທິດ​ຕາ​ເວັນ​ອອກ - ສ່ຽງ​ໃຕ້​ຢູ​ແກຼນ. ປະຈຸ​ບັນ, ຕາມ​ການ​ຄາ​ດຄະ​ເນຂອງ UNHCR ​ແລ້ວ, ຍັງ​ມີ​ປະຊາຊົນ​ປະມານ 2,2 ລ້ານ​ຄົນ ພວມ​ຖືກຕິດ​ຄ້າງ​ໃນ​ເຂດ​ປະ​ທະ​ກັນຢູ່ທາງ​ທິດ​ຕາ​ເວັນ​ອອກ - ສ່ຽງ​ໃຕ້​ຢູ​ແກຼນ.

ຂ່າວ/ບົດ​ອື່ນ