ຊາວລັດເຊຍສົນໃຈເຖິງບຸນປີໃໝ່ປະຈຳຊາດຫວຽດນາມ
ຮັບປະທານອາຫານຂອງ ຫວຽດນາມ
(ພາບ: Điệp Anh - Đoan Hải)
(vovworld) – ບັນດາຈຸດທີ່ເປັນເອກະລັກສະເພາະຂອງບຸນເຕັດ ຫວຽດນາມ ໄດ້ດຶງດູດຄວາມສົນໃຈ, ຄວາມນິຍົມຊົມຊອບຂອງເພື່ອນມິດລັດເຊຍ. ນາງ Anatasia Suvorova, ເອື້ອຍຄູສອນຟ້ອນຢູ່ໂຮງລະຄອນຟ້ອນທັນສະໄໝ Magia, ມີຂໍ້ລິເລີ່ມຈັດຕັ້ງ “ງານລ້ຽງ” ບຸນເຕັດຫວຽດນາມ ໂດຍບັນດາສະມາຊິກໃນກອງຟ້ອນແຕ່ງເອງ. ສ່ວນ Kristina, ນັກສຶກສາຄົນໜຶ່ງທີ່ໄດ້ສົມທຽບລະຫວ່າງບັນດາຈຸດທີ່ເປັນເອກະລັກສະເພາະຂອງບຸນເຕັດ ຫວຽດນາມ ກັບບຸນປີໃໝ່ຂອງລັດເຊຍ ວ່າ:
“ນ້ອງມີຄວາມປະທັບໃຈກ່ຽວກັບວິທີຕ້ອນຮັບບຸນເຕັດດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະເຊິ່ງຢູ່ປະເທດ ລັດເຊຍ ພວກນ້ອງບໍ່ມີ. ນ້ອງມັກວິທີຫໍ່ເຂົ້າຕົ້ມ ແລະ ເຮັດຢໍ່ຈືນ. ນ້ອງໄດ້ໄປຢ້ຽມຢາມ ຫວຽດນາມ ແລະ ມັກອາກາດ ແລະ ຊາວ ຫວຽດນາມທີ່ສຸດ. ແນ່ ນອນວ່າ, ນ້ອງຈະກັບຄືນສູ່ ຫວຽດນາມ ເພື່ອຢ້ຽມຢາມບັນດາສະຖານທີ່ເຊິ່ງນ້ອງບໍ່ທັນມີໂອກາດມາຢາມໃນຄັ້ງກ່ອນ”