ຊາວຫວຽດນາມຈຳນວນຫລາຍເຂົ້າຮ່ວມງານບຸນວັດທະນະທຳຢູ່ນະຄອນ Frankfurtເຢຍລະມັນ
ງານບຸນວັດທະນະທຳຢູ່ນະຄອນ Frankfurt ເຢຍລະມັນ
(ພາບ: vnexpress)
ການເຄື່ອນໄຫວຟົດຟື້ນຫລາຍຢ່າງໃນຂອບເຂດລາຍການ “Paraade der Kulturen”, (ເດີນຂະບວນເຊື່ອມຕໍ່ວັດທະນະທຳຫລາຍຮູບຫລາຍແບບ) ຖືກຈັດຂຶ້ນ ຢູ່ນະຄອນ Frankfurt, ສາທາລະນະລັດ ສະຫະພັນ ເຢຍລະມັນ, ໃນວັນທີ 25/6. ຈຸດປະສົງຂອງການເຄື່ອນໄຫວນນີ້ ແມ່ນຊ່ວຍໃຫ້ຊາວ ເຢຍລະມັນ ເຂົ້າໃຈຫລາຍກ່ວາອີກ ກ່ຽວກັບວັດທະນະທຳຂອງຊາດຕ່າງໆໃນໂລກ. ສະມາຄົມແມ່ຍິງ Mifafa, ສະມາຄົມຊາວ ຫວຽດນາມ ຢູ່ນະຄອນ Mainz ແລະ ສະມາຄົມນັກສຶກສາ ຫວຽດນາມ ຢູ່ Frankfurt ໄດ້ພ້ອມກັນເຂົ້າຮ່ວມການເດີນຂະບວນ ດ້ວຍບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍສີສັນວັດທະນະທຳ ຂອງ ຫວຽດນາມ. ຄວາມປາດຖະໜາຂອງຄະນະຊາວຫວຽດນາມ ແມ່ນແນະນຳເຖິງເພື່ອນມິດສາກົນກ່ຽວກັບປະເທດຊາດ ຫວຽດນາມ ທີ່ສະໜິດສະໜົມ, ຮັກແພງແຂກຄົນ ແລະ ຮັກຫອມສັນຕິພາບ