ຊາວຫວຽດນາມຢູ່Angolaແລະສ.ເຊັກໂກຕ້ອນຮັບປີໃໝ່2017
ຊາວ ຫວຽດນາມ ຢູ່ ສ.ເຊັກໂກ ຕ້ອນຮັບປີໃໝ່ 2017
(vovworld) – ເພື່ອເຈືອຈານເຂົ້າໃນບັນຍາກາດຕ້ອນຮັບປີໃໝ່, ວັນທີ 01/01 ສະມາຄົມຊາວ ຫວຽດນາມ ຢູ່ Angola ແລະ ສະຖາທູດຈັດຕັ້ງບຸນປີໃໝ່ປະຊາຄົມ ຕ້ອນຮັບປີໃໝ່ 2017 ທີ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ Angola. ກ່າວຄຳເຫັນນະພິທີ, ທ່ານ ຫງວຽນແມ້ງເກືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Angola ສົ່ງຄຳອວຍພອນດີງາມທີ່ສຸດເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ Angola ເນື່ອງໃນໂອກາດບຸນປີໃໝ່. ທ່ານເອກອັກຄະລັດຖະທູດກໍ່ແຈ້ງໃຫ້ພໍ່ແມ່ປະຊາຊົນຊາບບັນດາຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ; ບັນດາຄວາມມານະພະຍາຍາມເຊິ່ງ ຫວຽດນາມ ແລະ Angola ພວມຜັນຂະຫຍາຍ ເພື່ອແນໃສ່ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມືລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຮຽກຮ້ອງບັນດານັກຊ່ຽວຊານ, ນັກທຸລະກິດ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ Angola ເສີມຂະຫຍາຍນ້ຳໃຈສາມັກຄີ, ຮ່ວມແຮງຮ່ວມໃຈໃນການຜະລິດດຳເນີນທຸລະກິດ, ສືບຕໍ່ເປັນຂົວຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - Angola.
ແລະໃນວັນດຽວກັນ, ຊາວ ຫວຽດນາມ ອາໄສຢູ່ແຂວງ Pardubice (ສ.ເຊັກໂກ) ກ່ວາ 300 ຄົນໄດ້ເຂົ້າຮ່ວມງານລາຕີຕ້ອນຮັບລະດູບານໃໝ່ ໂດຍສະມາຄົມຊາວ ຫວຽດນາມ ຈັດຕັ້ງ. ປ້າ ຫງວຽນທິທູຍ ຊາວ ຫວຽດນາມ ອາໄສຢູ່ ສ.ເຊັກໂກ ແບ່ງປັນວ່າ:
“ມື້ນີ້ຂ້າພະເຈົ້າໄດ້ເຂົ້າຮ່ວມ ບຸນປີໃໝ່ຂອງປະຊາຄົມ, ຂ້າພະເຈົ້າຮູ້ສຶກມີຄວາມປິຕິຊົມຊື່ນທີ່ສຸດ. ທຸກຄົນຈັດຕັ້ງພິທີຕ້ອນຮັບປີໃໝ່ຄືຢູ່ ຫວຽດນາມ. ເຖິງວ່າຢູ່ຫ່າງໄກກັບປະເທດຊາດກໍ່ຕາມ ແຕ່ຂ້າພະເຈົ້າສູ້ຮຶກວ່າ ທຸກຄົນໄດ້ມີຄວາມສະໜິດຕິດພັນ, ສາມັກຄີກັນ,ຮ່ວມກັນເບິີກບານມ່ວນຊື່ນພ້ອມກັບປະຊາຄົມ. ຂ້າພະເຈົ້າບໍ່ຮູ້ສຶກວ່າ ເຖິງວ່າຢູ່ໄກກັບບ້ານເກີດເມືອງນອນກໍ່ຕາມ, ແຕ່ທຸກຄົນພັດມີຄວາມໃກ້ຊິດຕິດແທດກັນ .”