(ທ່ານ ຫງວຽນຈ໋າກຕ່ວານ ອຸປະທູດ ສະຖານທູດ
ຫວຽດນາມ ປະຈຳ ກຳຖປູເຈຍ)
(vovworld) - ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດປີວອກ 2016, ຕອນຄ່ຳວັນທີ 24/01, ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງບຸນເຕັດຕ້ອນຮັບລະດູບານໃໝ່, ທ່ານ ຫງວຽນຈ໋າກຕ່ວານ ອຸປະທູດຊົ່ວຄາວ ສະຖານທູດ ຫວຽດນາມ ປະຈຳ ກຳຖປູເຈຍ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຊາບວ່າ ກ່ຽວກັບບັນດາໝາກຜົນເສດຖະກິດ - ສັງຄົມຂອງ ຫວຽດນາມ ທີ່ບັນລຸໄດ້ໃນປີຜ່ານມາ, ໃນນັ້ນ ດ້ານເສດຖະກິດບັນລຸລະດັບເຕີບໂຕ 6,68%. ທ່ານ ຫງວຽນຈ໋າກຕ່ວານ ຢືນຢັນອີກຄັ້ງໜຶ່ງ ທັດສະນະສະເໝີຕົ້ນສະເໝີປາຍຂອງການນຳພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນ ມີພໍ່ແມ່ປະຊາຊົນຢູ່ ກຳປູເຈຍ ຍາມໃດກໍ່ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້.
ແລະກໍ່ໃນວັນທີ 24/01, ຢູ່ເຂດປົກຄອງພິເສດ ມາເກົາ (ຈີນ), ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ ແລະ ມາເກົາ ແລະ ສະມາຄົມມິດຕະພາບໄທບ້ານດຽວກັນຫວຽດນາມ ປະຈຳ ມາເກົາ ຈັດຕັ້ງພິທີຕ້ອນຮັບຄະນະສິລະປະຈາກ ຮ່າໂນ້ຍ ໄປຍັງ ມາເກົາ (ຈີນ) ເພື່ອສະແດງສິລະປະຮັບໃຊ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ທຳມາຫາກິນຢູ່ ມາເກົາ.