(vovworld) – ຕອນຄ່ຳວັນທີ 26/01, ພໍແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງບາງກອກ ແລະ ບັນດາແຂວງໄກ້ຄຽງກວ່າ 500 ຄົນ ໄດ້ມີການພົບປະສັງສັນ, ຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີວອກ. ພິທີຖືກດຳເນີນໃນບັນຍາກາດທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ດ້ວຍບັນດາເຍື່ອງອາຫານພື້ນເມືອງໃນໂອກາດບຸນເຕັດຄື: ເຂົ້າຕົ້ມ, ຢໍ່ ແລະ ບັນດາບົດເພງຍ້ອງຍໍປະເທດຊາດ ໂດຍບັນດານັກຮ້ອງທີ່ມາຈາກຫວຽດນາມ ສະແດງ. ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຫງວຽນເຕີດແທ່ງ, ເນັ້ນໜັກວ່າ, ປີ 2016 ແມ່ນປີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ໄທ, ສະນັ້ນປາດຖະໜາວ່າ ພໍ່ແມ່ປະຊາຊົນຈະສົມທົບກັບສະຖານທູດຢ່າງແໜ້ນແຟ້ນ, ພ້ອມທັງເປັນເຈົ້າການຈັດຕັ້ງບັນດາການເຄື່ອນໄຫວຢ່າງແທດຈິງ ເພື່ອຂ່ຳນັບຮັບຕ້ອນເຫດການນີ້. ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທ່ງ ກໍສະເໜີໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໄທ ສືບຕໍ່ໜູນຊ່ວຍໃຫ້ຄົນງານຫວຽດນາມ ເຮັດວຽກຢູ່ໄທ ໃນໄລຍະຈະມາເຖິງ.
“ໜູນຊ່ວຍໃຫ້ພົນລະເມືອງ ແລະ ຄົນງານຫວຽດນາມ ຢູ່ໄທ ຢ່າງສຸດຂີດ ແມ່ນໜ້າທີ່ຕົ້ນຕໍ່ຂອງສະຖານທູດ, ແຕ່ພວກຂ້າພະເຈົ້າກໍໄດ້ຄອຍຖ້າການແບ່ງປັນ, ປະກອບສ່ວນຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໄທ. ໃນໄລຍະຈະມາເຖິງ, ການຮ່ວມມືດ້ານແຮງງານເປັນທາງການລະຫວ່າງ 2 ປະເທດຈະໄດ້ຮັບການເປີດກວ້າງ, ມີຫຼາຍຄົນງານຈະມາເຮັດວຽກຢູ່ໄທ ຢ່າງເປັນທາງການ. ນີ້ແມ່ນແຜນນະໂຍບາຍສຳຄັນຂອງລັດຖະບານ 2 ປະເທດ, ທ້ວງວ່າ ພໍ່ແມ່ປະຊາຊົນຈະສະໜັບສະໜູນຢ່າງສຸດໃຈເພື່ອໃຫ້ແຜນນະໂຍບາຍນີ້ໄດ້ຮັບການປະຕິບັດເປັນຢ່າງດີ”.