ຊາວຫວຽດນາມອາໄສຢູ່ເຂດທະເລນ້ຳຈືດ ກຳປູເຈຍ ພວມ
ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ ປະຈຳຊາດ ຫວຽດນາມ
|
Vovworld- ພ້ອມກັບ ຊາວຫວຽດນາມອາໄສຢູ່ປະເທດຕ່າງໆໃນໂລກ, ຊາວຫວຽດນາມອາໄສຢູ່ກຳປູເຈຍໃນຊຸມມື້ນີ້, ກໍພວມຟົດຟື້ນມ່ວນຊື່ນ ຫ້າງຫາກະກຽມຕ້ອນຮັບປີໃໝ່ຕາມປະເພນີ ບຸນປີໃໝ່ ປະຈຳຊາດ ຫວຽດນາມ. ໃນປີຜ່ານມາ, ຍ້ອນມີນະໂຍບາຍຂອງລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນໄດ້ຈັບຫາສິນໃນນ້ຳ, ດັ່ງນັ້ນໍຊີວິດການເປັນຢູ່ຊອງຊາວປະມົງເຂດທະເລນ້ຳຈືດເວົ້າລວມໄດ້ຮັບການປົວແປງໃຫ້ດີຂຶ້ນ. ເພາະສະນັ້ນ, ບັນຍາກາດກະກຽມ ຕ້ອນຮັບບຸນເຕັດຂອງ ຊາວຫວຽດນາມອາໄສຢູ່ນີ້ຍິ່ງຄຶກຄື້ນມ່ວນຊື່ນກ່ວາທຸກໆປີກ່ອນ. ປ້າ ຫງວຽນທິຍາງ ເຈົ້າຂອງຮ້ານຂາຍເຄື່ອງໃຫ້ຮູ້ວ່າ :
“ ທຳມາຄ້າຂາຍໄດ້ດີ, ການ ຕ້ອນຮັບບຸນເຕັດກໍຍິ່ງມ່ວນຊື່ນ. ທຸກຄົນໆຢູ່ນີ້ກໍແຂງແຮງດີ. ໃນຊຸມວັນນີ້, ພໍ່ແມ່ພີນ້ອງທຳມາຄ້າຂາຍໄດ້ດີ, ມີລາຍໄດ້, ເຂົາເຈົ້າກໍມາຊື້ເຄື່ອງຂອງເຮົາ ”
ກ່ຽວກັບການຈັດພິທີ ຕ້ອນຮັບບຸນເຕັດຂອງຊາວຫວຽດນາມຢູ່ເຂດທະເລນ້ຳຈືດ ກຳປູເຈຍ, ທ່ານ ບຸຍວັນແບ້ ປະທານສະມາຄົມ ຊາວກຳປູເຈຍເຊື້ອຊາດ ຫວຽດນາມ ແຂວງ ກຳປົງຈະນາງ ໃຫ້ຮູ້ວ່າ:
“ ພໍ່ແມ່ພີນ້ອງ ຊາວຫວຽດນາມອາໄສຢູ່ນີ້ ກະກຽມຕ້ອນຮັບບຸນເຕັດ ເຖິງວ່າດ້ວຍຂອບຂະໜາດບໍ່ໃຫຍ່ປານໃດກໍຕາມ, ແຕ່ພໍ່ແມ່ພີນ້ອງ ໄດ້ສະແດງໃຫ້ເຫັນການຮັກສາສີສັນຊາດຕາມມູນເຊື້ອຂອງຊາດຫວຽດນາມ. ເຖິງວ່າຢູ່ແຫ່ງໃດ, ດ້ວຍຂອບຂະໜາດນ້ອຍຫຼືໃຫຍ່ ກໍຕາມ, ແຕ່ພໍ່ແມ່ພີນ້ອງມີຄວາມເບີກບານມ່ວນຊື່ນໃນຄອບຄົວ ແລະ ລະຫວ່າງບັນດາຄອບຄົວດ້ວຍກັນ ”