ຊາວຫວຽດນາມ ອາໄສຢູ່ທົ່ວໂລກ ຕ້ອນຮັບບຸນເຕັດປີມະແມ

ຊາວຫວຽດນາມ ອາໄສຢູ່ທົ່ວໂລກ ຕ້ອນຮັບບຸນເຕັດປີມະແມ - ảnh 1
ສະມາຄົມ​ມິດຕະພາບ​ເຢຍລະ​ມັນ - ຫວຽດນາມ ​
ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ປີ​ມະ​ແມ
(ພາບ: Vietnam+)


(vovworld) – ວັນ​ທີ 21/02 (ກົງ​ກັບວັນ​ທີ 3 ບຸນ​ເຕັດ), ຄະນະ​ຜູ້ຕາງໜ້າ​ຫວຽດນາມ ຢູ່​ຂ້າງ​ສະຫະ​ປະຊາ​ຊາດ, ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ຢູ່​ເຊີ​ແນວ, ປະ​ເທດ​ສະວິດ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນ​ເຕັດ​ປີ​ມະ​ແມ 2015. ມີ​ພໍ່​ແມ່​ປະຊາຊົນ, ພະນັກງານ, ​ນັກ​ຮຽນ, ນັກ​ສຶກສາ​ຫວຽດນາມ ທີ່​ພວມ​​​ເຮັດ​ວຽກ, ຮຳ່ຮຽນ​ຢູ່ສະ​ວິດ ພ້ອມກັບ​​ບັນດາ​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ​ເກືອບ 200 ຄົນ ​ໄດ້​ເຂົ້າ​ຮ່ວມ​ພິທີ ​​ຢ່າງ​ເບີກບານ​ມ່ວນ​ຊື່ນ ດ້ວຍ​ບັນດາ​ຄຳ​ອວຍພອນ​ປີ​ໃໝ່​ທີ່​ມີ​ຄວາມ​ໝາຍ. ​ຕາງໜ້າ​ໃຫ້​ຄະນະ​ທູຕານຸທູດ, ທ່ານ ຟ້າ​ມກ໋ວກຈູ້, ຮອງ​ຫົວໜ້າ​ຄະນະ​ຜູ້ຕາງໜ້າຫວຽດນາມ ​ໄດ້​ທົບ​ທ້ວນຄືນການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​​ປີຜ່ານ​ມາ, ພ້ອມ​ທັງ​​ແບ່ງ​ປັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ສະ​ວິດ, ອວຍພອນ​ໃຫ້​ບ້ານ​​ເກີດ​ເມືອງ​ນອນມີ​ຄວາມ​ຈະ​ເລີ​ນພັດທະນາໃນ​​ປີ​ໃໝ່.

        ​ໃນ​ລະຫວ່າງ​ວັນ​ທີ 20 – 21/02, ມີຄົນ​ງານ​ຫວຽດນາມ ນັບ​ຮ້ອຍ​ຄົນທີ່ພວມ​ເຮັດ​ວຽກ​ຢູ່​ເຂດ​​ບໍລິຫານພິ​ເສດ ມາ​ກາວ (ຈີນ) ​ແລະ ເພື່ອນ​ມິດສາ​ກົນ, ​ໄດ້​ມີ​ການ​ພົບ​ປະ​​ສ້າງສັນໃນ​ໂອກາດ​ບຸນ​ເຕັດ​ຂອງ​​ຫວຽດນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາການ​ເຄື່ອນ​ໄຫວຕົ້ນ​ປີ​ໃໝ່ ປີ​ມະ​ແມ ​ໂດຍ​ສະຫະສະມາຄົມມິດຕະພາບ​ບ້ານ​ດຽວ​ຫວຽດນາມ ​ແລະ ສະມາຄົມ​ບ້ານ​ດຽວໜູນ​ຊ່ວຍ​ຫວຽດນາມ ສົມ​ທົບ​ກັບ​ສະຖານກົງ​ສູນ​​ຫວຽດນາມ ​ຢູ່​ບັນ​ດາ​ເຂດ​ບໍລິຫານພິ​ເສດ​ຮົ່ງກົງ ​ແລະ ມາ​ກາວ ຈັດ​ຕັ້ງ.

        ​ໃນ​ບັນຍາກາດ​ທີ່​ອົບ​ອຸ່ນ, ວັນ​ທີ 21/02, ສະມາຄົມ​ມິດຕະພາບ​ເຢຍລະ​ມັນ - ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່​ປີ​ມະ​ແມ ​ໃຫ້​ບັນດາ​ສະມາຊິກ, ​ຄູ່​ຮ່ວມ​ມື, ​ເພື່ອ​ນມິດສາ​ກົນ​ທີ່​ຮັກ​ແພງ​ຫວຽດນາມ ປະຈຳ​ເຢຍລະ​ມັນ ​ແລະ ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ, ອອກ​ແຮງ​ງານ ​ແລະ  ຮໍ່າຮຽນຢູ່​ເຢຍລະ​ມັນ.
ຂ່າວ/ບົດ​ອື່ນ