(vovworld) – ວັນທີ 28/11 ຊາວໂລກນັບພັນໆຄົນໄດ້ ເຂົ້າຮ່ວມການແຫ່ຂະບວນ ປະທ້ວງຮຽກຮ້ອງບັນດາການນຳຂອງໂລກຕ້ອງມີມາດຕະການຢ່າງແຮງ ໃນການຕ້ານປະກົດການປ່ຽນແປງຂອງດິນຟ້າອາກາດ ເນື່ຶອງໃນໂອກາດກອງປະຊຸມສຸດຍອດສະຫະປະຊາຊາດ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ (COP21) ຢູ່ປາຣີ ປະເທດຝຣັ່ງ ດ້ວຍການເຂົ້າຮ່ວມຂອງປະມຸກລັດບັນດາປະເທດຕ່າງໆ ເກືອບ 150 ຄົນ. ການແຫ່ຂະບວນປະທ້ວງໄດ້ເກີດຂຶ້ນຢູ່ບັນດາປະເທດຄື: ອົດສະຕາລີ, ນິວຊີແລນ, ຟີລິບປິ່ນ, ບັງກາລາເທດ, ຍີ່ປຸ່ນ, ອັງກິດ ແລະ ອາເມລິກາ ເພື່ອແນໃສ່ຮຽກຮ້ອງການປົກປັກຮັກສາ “ໜ່ວຍໂລກຂຽວ”. ກອງປະຊຸມ COP21 ໄດ້ດຳເນີນແຕ່ວັນທີ 28/11 ຈົນຮອດວັນທີ 11/12 ຢູ່ Le Bourget, ຊານເມືອງທາງພາກເໜືອຂອງນະຄອນຫຼວງປາຣີ. ຈຸດປະສົງຂອງປະຊາຄົມສາກົນແມ່ນບັນລຸໄດ້ຂໍ້ຕົກລົງຮັກສາ ອຸນຫະພູມຂອງໜ່ວຍໂລກ ນັບແຕ່ປະຈຸບັນຈົນຮອດ ປີ 2100 ແມ່ນເພີ່ມຂຶ້ນບໍ່ເກີນ 2 ອົງສາ C ເມື່ອທຽບໃສ່ໄລຍະກ່ອນການປະຕິວັດອຸດສາຫະກຳ.