ຊາວໜຸ່ມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ພັກກ່ຽວກັບວິທະຍາສາດເຕັກໂນໂລຢີ
(ພາບປະກອບ)
(vovworld) – ວັນທີ 22/9, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ ເພື່ອໃຫ້ບັນດາພະນັກງານ, ລັດຖະກອນໜຸ່ມປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ເຫັນດີສູງຕໍ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ, ອ້າຍ ອວງຫວຽດຢຸງ, ຮອງຫົວໜ້າຫ້ອງການຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໃຫ້ຮູ້ວ່າ:
“ປະຈຸບັນວິທະຍາສາດເຕັກໂນໂລຢີຄືດັ່ງເຂັມຊີ້ທິດ ເພື່ອພັດທະນາໃນສະໄໝເຕັກໂນໂລຢີ. ພຽງແຕ່ມີເຕັກໂນໂລຢີຈຶ່ງສາມາດຍູ້ແຮງການຫັນເຄື່ອງມືຜະລິດເປັນທັນສະໄໝ ໄດ້ເທົ່ານັ້ນ, ທັງແມ່ນເຄື່ອງມື ເພື່ອໃຫ້ພວກເຮົາສຳພັດກັບໂລກໄວທີ່ສຸດ ແລະ ແມ່ນເຄື່ອງມືເພື່ອໃຫ້ພວກເຮົາຢືນຢັນໄດ້ພູມປັນຍາຂອງປະເທດໜຶ່ງ. ຂ້າພະເຈົ້າຫວັງວ່າ: ດ້ວຍພື້ນຖານທີ່ພວກບັນລຸໄດ້ຕໍ່ໄປນີ້ ພ້ອມກັບການເຊື່ອມໂຍງເຂົ້າກັບສາກົນ, ການພັດທະນາຂອງອົງການຈັດຕັ້ງສ່ວນບຸກຄົນ, ບັນດານັກຄົ້ນຄວ້າກ່ຽວກັບວິທະຍາສາດເຕັກໂນໂລຢີພາຍໃນປະເທດ ພ້ອມກັບຄວາມເອົາໃຈໃສ່ການລົງທຶນຂອງ ພັກ, ລັດ, ການພັດທະນາວິທະຍາສາດຂອງພວກເຮົາຈະເຕີບໂຕ. ພວກເຮົາຈະມີຜະລິດຕະພັນເຕັກໂນໂລຢີຂອງຕົນທີ່ໄດ້ຮັບການຮັບຮູ້ຈາກທົ່ວໂລກ”.
ບັນດາຜູ້ແທນກໍຖືວ່າ: ເອກະສານຕ້ອງເອົາໃຈໃສ່ກ່ວາອີກ ເຖິງການຍົກສູງວຽກງານສຶກສາ ແລະ ເຝິກອົບຮົມຊາວໜຸ່ມກ່ຽວກັບທັກສະໃນວິຊາອາຊີບ, ວຽກເຮັດງານທຳ.