ຊາວໜຸ່ມ ຫວຽດນາມ ເຂົ້າຮ່ວມລາຍການໂອ້ລົມສົນທະນາຊາວໜຸ່ມ ອາຊຽນຄັ້ງທີ 1 ປີ 2022
(VOVWORLD) -ເປົ້າໝາຍຂອງລາຍການ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ຊາວໜຸ່ມ ອາຊຽນ ແລະ ສ.ເກົາຫຼີ ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ສົ່ງບັນດາຂໍ້ສະເໜີແນະ ໄປຍັງການນຳຊາວໜຸ່ມ ແລະ ການນຳຂັ້ນສູງ ບັນດາປະເທດອາຊຽນ ເພື່ອແນໃສ່ຊຸກຍູ້ກາລະໂອກາດ ແລະ ແກ້ໄຂບັນດາສິ່ງທ້າທາຍຫຼັກຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ໃນສະພາບການຟື້ນຟູຫຼັງໂຄວິດ - 19.
ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງສຶກສາ, ຊາວໜຸ່ມ ແລະ ກິລາ ລາຊະອານາຈັກ ກຳປູເຈຍ, ສູນກາງຄະນະຊາວໜຸ່ມ, ຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມ ຫວຽດນາມ ຈະຈັດສົ່ງ 5 ຄະນະຜູ້ແທນຊາວໜຸ່ມເຂົ້າຮ່ວມ ການໂອ້ລົມສົນທະນາ ຊາວໜຸ່ມ ອາຊຽນ ຄັ້ງທີ 1 ປີ 2022, ດ້ວຍຫົວຂໍ້ “ຊາວໜຸ່ມໃນສັງກະລາດປະຕິວັດອຸດສາຫະກຳ ຄັ້ງທີ 4: ກາລະໂອກາດ ແລະ ສິ່ງທ້າທາຍໃນການຟື້ນຟູຫຼັງໂຄວິດ - 19” ເຊິ່ງຈະຈັດຂຶ້ນແບບທາງໄກ ແຕ່ວັນທີ 18 – 27 ກໍລະກົດ ປີ 2022 ແລະ ໂດຍກົງແຕ່ວັນທີ 24 – 27 ກໍລະກົດ ປີ 2022 ຢູ່ Siem Riep ປະເທດກຳປູເຈຍ .
ເປົ້າໝາຍຂອງລາຍການ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ຊາວໜຸ່ມ ອາຊຽນ ແລະ ສ.ເກົາຫຼີ ເຂົ້າຮ່ວມການໂອ້ລົມສົນທະນາ ແລະ ສົ່ງບັນດາຂໍ້ສະເໜີແນະ ໄປຍັງການນຳຊາວໜຸ່ມ ແລະ ການນຳຂັ້ນສູງ ບັນດາປະເທດອາຊຽນ ເພື່ອແນໃສ່ຊຸກຍູ້ກາລະໂອກາດ ແລະ ແກ້ໄຂບັນດາສິ່ງທ້າທາຍຫຼັກຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ໃນສະພາບການຟື້ນຟູຫຼັງໂຄວິດ - 19.