ຊາວ ຊູດັງໃຕ້ ປະມານ 9,4 ລ້ານຄົນ ຕ້ອງການໄດ້ຮັບການຊ່ວຍເຫຼືອໃນປີ 2023

(VOVWORLD) - ຕາມອົງການດັ່ງກ່າວແລ້ວ, ການປະທະກັນ, ໂລກລະບາດ, ສະພາບດິນຟ້າອາກາດຮ້າຍແຮງຄື: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ບັນດາສິ່ງທ້າທາຍດ້ານການແພດສາທາລະນະ...
ຊາວ ຊູດັງໃຕ້ ປະມານ 9,4 ລ້ານຄົນ ຕ້ອງການໄດ້ຮັບການຊ່ວຍເຫຼືອໃນປີ 2023 - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 25 ພະຈິກ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ໃຫ້ຮູ້ວ່າ: ປະຊາຊົນຢູ່ ຊູດັງໃຕ້ ປະມານ 9,4 ລ້ານຄົນຕ້ອງການຄວາມຊ່ວຍເຫຼືອ ແລະ ປົກປ້ອງໃນປີ 2023, ເພີ່ມຂຶ້ນ 500.000 ຄົນເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ.

        ຕາມອົງການດັ່ງກ່າວແລ້ວ, ການປະທະກັນ, ໂລກລະບາດ, ສະພາບດິນຟ້າອາກາດຮ້າຍແຮງຄື: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ບັນດາສິ່ງທ້າທາຍດ້ານການແພດສາທາລະນະ ກໍ່ຄືການເຄື່ອນໄຫວແຊກແຊງພວມເຮັດໃຫ້ເງື່ອນໄຂການດຳລົງຊີວິດຂອງຫຼາຍຄົນຢູ່ ຊູດັງໃຕ້ ຖືກຊຸດໂຊມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ລັດຖະບານ ຊູດັງໃຕ້ ຕ້ອງເອົາໃຈໃສ່ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ຍູ້ແຮງການລົງທຶນເຂົ້າບັນດາຂົງເຂດພັດທະນາເພື່ອແນໃສ່ຕອບສະໜອງຄວາມຕ້ອງການໂດຍພື້ນຖານຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ