ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຕ້ອນຮັບບຸນເຕັດ
(VOVWORLD) - ຕອນຄ່ຳວັນທີ 17 ມັງກອນ, ທີ່ນະຄອນຫລວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ເຂົ້າຮ່ວມພິທີຕ້ອນຮັບບຸນເຕັດປະຈຳຊາດ 2020 ກັບປະຊາຄົມຊາວ ຫວຽດນາມ ແລະ ວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen |
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານການພັດທະນາຂອງ ຫວຽດນາມ ທີ່ບັນລຸໄດ້ໃນປີຜ່ານມາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຖືວ່າ: ສິ່ງນີ້ກໍ່ນຳມາເຊິ່ງຜົນປະໂຫຍດລວມໃຫ້ແກ່ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີກຳປູເຈຍ ໂດຍຜ່ານທາງການຄ້າ, ການລົງທຶນ, ການທ່ອງທ່ຽວ.
ແລະກໍ່ໃນຕອນຄ່ຳວັນທີ 17 ມັງກອນ, ທີ່ Praha, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ກໍ່ໄດ້ສົມທົບກັບສູນການຄ້າ ຊາປາ ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ປະຈຳຊາດ - ປີຊວດ 2020 ໃຫ້ແກ່ປະຊາຄົມຊາວ ຫວຽດນາມ.