ຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ອວາຍໜ້າເມືອຫາປະເທດຊາດ
(VOVWORLD) - ສະພາບການເຄື່ອນໄຫວຂອງກອງທຶນສຶກສາ ເວືອອາຢິງ ແລະ ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ”
ທ່ານນາງ ເຈືອງໝີຮວາ (ພາບ: TTXVN) |
ຫວ່າງແລ້ວນີ້, ຢູ່ສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ Canberra ປະເທດ ອົດສະຕາລີ ດຳເນີນລາຍການພົບປະສັງສັນກັບປະຊາຄົມຊາວ ຫວຽດນາມ ເຂົ້າຮ່ວມການສະໜັບສະໜູນກອງທຶນສຶກສາ ເວືອອາຢິງ ແລະ ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” 2017 ໂດຍທ່ານນາງອະດີດຮອງປະທານປະເທດ ຫວຽດນາມ ເຈືອງໝີຮວາ ນຳໜ້າ. ລາຍການນອນໃນຂອບເຂດການໄປປະຕິບັດງານເຖິງ ອົດສະຕາລີ ຂອງທ່ານນາງ ເຈືອງໝີຮວາ - ປະທານກອງທຶນສຶກສາ ເວືອອາຢິງ ແລະ ຫົວໜ້າສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ”.
ທີ່ການພົບປະ, ທ່ານນາງ ເຈືອງໝີຮວາ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເຄື່ອນໄຫວຂອງກອງທຶນສຶກສາ ເວືອອາຢິງ ແລະ ສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ໃນໄລຍະຜ່ານມາ, ນອກຈາກການບໍລິຈາກເງິນສົດກ່ວາ 310 ລ້ານດົ່ງ, ພໍ່ແມ່ປະຊາຊົນອາໄສຢູ່ ອົດສະຕາລີ ຍັງຄົງເຂົ້າຮ່ວມສະໂມສອນ “ເພື່ອຮ່ວາງຊາ - ເຈື່ອງຊາ ທີ່ຮັກແພງ” ຫຼື ຮັບລ້ຽງເດັກກຳພ້າອີກດ້ວຍ.