(ພາບປະກອບ)
(vovworld) – ວັນທີ 24/06, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຈັດພິທີໄຂຊຸດຝືກອົບຮົບສອນພາສາຫວຽດ ໃຫ້ຄູອາຈານຊາວຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 ປີ 2014. ການຮັກສາ ແລະ ຍູ້ແຮງການສອນ ແລະ ຮຽນພາສາຫວຽດ ໃນວົງຄະນະຍາດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເຊິ່ງຍາມໃດການນຳພັກ ແລະ ລັດກໍ່ເອົາໃຈໃສ່, ຖືເປັນສຳຄັນ ເພື່ອແນໃສ່ຊ່ວຍຍົກສູງຄຸນນະພາບການສອນພາສາຫວຽດ ໃຫ້ວົງຄະນະຍາດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ຜ່ານລາຍການນີ້, ບັນດາຄູອາຈານອາສາສະໝັກ, ມີຄວາມສຸດຈິດສຸດໃຈໃນການສອນພາສາຫວຽດ ຢູ່ຕ່າງປະເທດຈະສະແດງຄວາມເອົາໃຈໃສ່, ຄວາມປາດຖະໜາ, ບັນດານ້ຳໃຈອັນດີງາມເຖິງລຸ່ນໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ພິເສດ, ບັນດາຄູອາຈານ ຈະສອນບັນດາຄວາມຮູ້ດ້ານປະຫວັດສາດ, ວັດທະນະທຳ, ການດຳລົງຊີວິດ, ຊາວຫວຽດນາມ ດ້ວຍພາສາຫວຽດ, ເພື່ອໃຫ້ພວກນ້ອງເຂົ້າໃຈແຈ້ງ ແລະ ຮັກຫອມບ້ານເກີດເມືອງນອນກວ່າອີກກໍ່ຄືເສີມຂະຫຍາຍ ແລະ ອະນຸລັກຮັກສາວັດທະນະທຳຂອງຊາດໄດ້.