ຍົກສູງຄວາມສາມາດແກ່ງແຍ້ງສົ່ງອອກໃຫ້ແກ່ບັນດາວິສາຫະກິດ

ຍົກສູງຄວາມສາມາດແກ່ງແຍ້ງສົ່ງອອກໃຫ້ແກ່ບັນດາວິສາຫະກິດ - ảnh 1
ການປຸ່ງແຕ່ງກຸ້ງເພື່ອສົ່ງອອກ (ພາບ: TTXVN)

(vovworld)- ​ໂຄງການ​ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງສົ່ງ​ອອກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງຂອງ​ຫວຽດນາມ​ໂດຍ​ຜ່ານ​ລະບົບ​ສົ່ງ​​ເສີມ​ການ​ຄ້າ​ທ້ອງ​ຖິ່ນ ​ໄດ້​ຖືກ​ນຳ​ມາ​ປຶກສາ​ຫາລື​ຢູ່​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຈັດ​ຂຶ້ນ​ໃນ​ວັນ​ທີ 28/11 ຢູ່​ນະຄອນ ດາ​ນັ້ງ. ຈຸດໝາຍ​ຂອງ​ໂ​ຄງການ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ສາມາດ​ແກ່ງ​ແຍ້​ງສົ່ງ​ອອກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ໃນ​ທົ່ວ​ປະ​ເທດ ພ້ອມ​ທັງ​ຍູ້​ແຮງ​ການ​ເຄື່ອນ​ໄຫວຜະລິດ, ດຳ​ເນີນ​ທຸລະ​ກິດ​ໃຫ້​ແກ່​ວິ​ສາ​ຫະກິດ. ທ່ານ ​ໂດ້ກິມລາງ ຜູ້ອຳນວຍການ​ແຫ່ງ​ຊາດ ​ໂຄງການໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ​ໃຫ້​ຮູ້​ວ່າ :

   “ ໜ້າ​ທີ່​ຂອງ​ໜ່ວຍ​ງານ​ນີ້ ​ແມ່ນ​ສ້າງ​ວິທີ​ການ​ສົ​ມທົບ​ເພື່ອ​ໃຫ້​ບັນດາ​ສູນ​ສົ່ງ​ເສີມ​ການ​ຄ້າ ​ແລະ ບັນດາ​ວິ​ສາ​ຫະກິດ​ຕ້ອງການ​ມີ​ການ​ໜູນ​ຊ່ວຍ​ຂອງ​ສູນ​ນີ້, ​ແນ​ະນຳ​ຄວາມ​ຕ້ອງການ​ຂອງ​ຕົນ ​ແລະ ນຳ​ສະ​ເໜີ​ຂໍ້​ລິ​ເລີ່​ມຂອງ​ວິ​ສາ​ຫະກິດ. ບັນດາ​ວິ​ສາ​ຫະກິດ​ທີ່​ພວກ​ຂ້າພະ​ເຈົ້າ​ໜູນ​ຊ່ວຍ​ໃຫ້​ຄຳ​ປຶກສາ​ຍົກ​ລະດັບ​ທາງ​ດ້ານ​ຄຸ້ມ​ຄອງ ຮູ້ຈັກ​ວິທີ​ບໍລິຫານ​ວິ​ສາ​ຫະກິດ​ຄື​ແນວ​ໃດ, ກຳ​ໄດ​້ບັນດາ​ບັນຫາ​ຂອງ​ວິ​ສາ​ຫະກິດ​ເມື່ອ​ດຳ​ເນີນ​ການ​ສົ່ງ​ອອກ.” 

ຂ່າວ/ບົດ​ອື່ນ