ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ ປະ​ຊາ​ຊົນ

(VOVWORLD) -ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ສົມທົບກັບອົງການ ສປຊ ຮັບຜິດຊອບຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດຕັ້ງການໂອ້ລົມສົນທະນາ ກ່ຽວກັບຫົວຂໍ້ “ແມ່ຍິງ ແລະ ການທູດ - ບົດບາດຂອງແມ່ຍິງ ໃນການນຳພາ ແລະ ຄຸ້ມຄອງ”.
 ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ ປະ​ຊາ​ຊົນ - ảnh 1ບັນດາຜູ້ແທນແບ່ງປັນບົດຮຽນປະສົບການໃນການໂອ້ລົມສົນທະນາ (ພາບ: baoquocte.vn)

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໃຫ້ຮູ້ວ່າ: ແມ່ຍິງເວົ້າລວມ ແລະ ແມ່ຍິງຫວຽດນາມ ເວົ້າສະເພາະ ໄດ້, ພວມ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຮັບດຳລົງຕຳແໜ່ງສຳຄັນໃນລະບົບການເມືອງ ກໍ່ຄືໃນບັນດາອົງການຈັດຕັ້ງປະຕິບັດວຽກງານການທູດ. ພິເສດ, ແມ່ຍິງ ໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນຢ່າງດີ ແລະ ມີປະສິດທິຜົນດ້ວຍອັດຕາບັນລຸເປົ້າໝາຍທີ່ສູງກ່ວາເມື່ອທຽບໃສ່ກັບເປົ້າໝາຍໂດຍ ສປຊ ວາງອອກ , ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນບັນດາປະເທດໃນໂລກ. ທ່ານນາງ Elisa Fernandez, ຫົວໜ້າຜູ້ຕາງໜ້າ UN Women ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ: ແມ່ຍິງ ຫວຽດນາມ ສົມບົດບາດສຳຄັນ ໃນວຽກງານການທູດ, ພິເສດແມ່ນໃນການເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ