ຍົກສູງທັກສະໃນວຽກງານການຂ່າວໃຫ້ແກ່ຖັນແຖວນັກຂ່າວບັນດາປະເທດ ອາຊຽນ ກ່ຽວກັບການປົກປ້ອງເດັກທາງອິນເຕີແນັດ

(VOVWORLD) -ນີ້ແມ່ນການເຄື່ອນໄຫວໂດຍ ວິທະຍຸກະຈາຍສຽງ ຫວຽດນາມຈັດຕັ້ງ ເພື່ອແນໃສ່ປະກອບສ່ວນສະຫນອງຂໍ້ມູນທາງການກ່ຽວກັບບັນດາການກະທົບຈາກອິນເຕີແນັດຕໍ່ເດັກນ້ອຍ; 
ຍົກສູງທັກສະໃນວຽກງານການຂ່າວໃຫ້ແກ່ຖັນແຖວນັກຂ່າວບັນດາປະເທດ ອາຊຽນ ກ່ຽວກັບການປົກປ້ອງເດັກທາງອິນເຕີແນັດ - ảnh 1ນັກຂ່າວ ອາຊຽນ ເຂົ້າຮ່ວມຊຸດຮຽນ . ພາບ: VTC

ຕອນເຊົ້າວັນທີ  3 ຕຸລາ, ຢູ່ ຮ່າໂນ້ຍ ໄດ້ໄຂຊຸດຮຽນ “ຍົກສູງທັກສະໃນວຽກງານການຂ່າວໃຫ້ແກ່ຖັນແຖວນັກຂ່າວບັນດາປະເທດ ອາຊຽນ”  ກ່ຽວກັບການປົກປ້ອງເດັກນ້ອຍທາງອິນເຕີແນັດ. ນີ້ແມ່ນການເຄື່ອນໄຫວໂດຍ ວິທະຍຸກະຈາຍສຽງ ຫວຽດນາມຈັດຕັ້ງ ເພື່ອແນໃສ່ປະກອບສ່ວນສະຫນອງຂໍ້ມູນທາງການກ່ຽວກັບບັນດາການກະທົບຈາກອິນເຕີແນັດຕໍ່ເດັກນ້ອຍ; ຍົກສູງຄວາມຮັບຮູ້ຂອງປະຊາຄົມກ່ຽວກັບການປົກປ້ອງເດັກນ້ອຍທາງອິນເຕີແນັດຜ່ານການຍູ້ແຮງການໂຄສະນາຜ່ານພາຫະນະສື່ມວນຊົນແຫ່ງຊາດ.

ກ່າວຄຳເຫັນໄຂຊຸດຮຽນ, ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມເນັ້ນຫນັກວ່າ ອິນເຕີແນັດ ແລະເຕັກໂນໂລຊີ ໄດ້ເຮັດໃຫ້ສະພາບການສວຍໃຊ້ເດັກ ແມ່ນງ່າຍດ່າຍກວ່າ. ສະນັ້ນເລື່ອງເພີ່ມທະວີຈຳນວນຂໍ້ມູນຂ່າວທີ່ມີຄວາມເຊື່ອໃຈ ແລະ ໄດ້ອັບເດັດຢ່າງຄົບຖ້ວນທາງ ດິຈີຕອນ ຈະສາມາດປະກອບສ່ວນຕັ້ງຫນ້າເຂົ້າໃນການປົກປ້ອງເດັກທາງອິດເຕີແນັດ.

ໂຄງການບຳລຸງສ້າງ ອາຊຽນ ແມ່ນແກ່ຍາວໃນເວລາ 3 ວັນ ໂດຍມີການເຂົ້າຮ່ວມຂອງນັກຂ່າວ 30 ຄົນທີ່ມາຈາກບັນດາປະເທດ ອາຊຽນ ເພື່ອແນໃສ່ສະຫນອງຄວາມຮູ້ທາງອິນເຕີແນັດໃຫ້ແກ່ບັນດານັກຂ່າວ ອາຊຽນ ກ່ຽວກັບການປົກປ້ອງເດັກທາງອິນເຕີແນັດ, ທັກສະການຜະລິດສານໃນສັງຄົມກ່ຽວກັບການປົກປ້ອງເດັກທາງອິນເຕີແນັດ.

ຕອບກັບ

ຂ່າວ/ບົດ​ອື່ນ